ຂ່າວສານ

ຫວຽດ​ນາມ ແລະ ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ

ໃນຂອບເຂດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ ປີ 2025 (WGS 2025) ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ສະຫະລັດ ອາຣັບ ເອມມີເລດ (UAE), ວັນທີ 11 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ (ພາບ: VGP)

ໃນການພົບປະ, ສອງຝ່າຍເຫັນດີສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະ ໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ. ໃນນັ້ນ, ສຸມໃສ່ສ້າງບາດກ້າວຫັນປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດເຕັກນິກ; ຍົກສູງປະສິດທິຜົນການຮ່ວມມືລົງທຶນ; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງເສດຖະກິດຂອງລາວ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ສະແດງຄວາມຂອບໃຈຕໍ່ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍໃຫ້ການຮ່ວມມື ແລະ ຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ; ພ້ອມທັງສະເໜີ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການກ່ຽວກັບການສ້າງເສດຖະກິດມະຫາພາກເປັນປົກກະຕິ, ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ.


top