ຂ່າວສານ

ຫວຽດ​ນາມ ແລະ ບ​​ຣູ​ໄນ ສູ້​ຊົນ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 500 ລ້ານ USD ໃນ​ປີ 2025

ທ່ານປະທານປະເທດ ຫວັງວ່າ ສອງປະເທດ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ຢູ່ອາຊຽນ, ສປຊ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)… ກ່ຽວກັບທະເລຕາເວັນອອກ, ທ່ານປະທານປະເທດສະເໜີໃຫ້ສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ.

ທ່ານປະທານປະເທດ ຫວັງວ່າ ສອງປະເທດ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ຢູ່ອາຊຽນ, ສປຊ,  ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)… ກ່ຽວກັບທະເລຕາເວັນອອກ, ທ່ານປະທານປະເທດສະເໜີໃຫ້ສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບຣູໄນ Pengiran Haji Sahari bin Pengiran Haji Salleh

ຕອນເຊົ້າວັນທີ 17 ພຶດສະພາດ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບຣູໄນ Pengiran Haji Sahari bin Pengiran Haji Salleh ເຂົ້າຢ້ຽມອຳລາເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ ຢ່າງຈົບງາມ. ນະທີ່ນີ້, ທ່ານປະທານປະເທດ ສະເໜີໃຫ້ສອງປະເທດ ສູ້ຊົນນຳວົງເງິນການຄ້າບັນລຸ 500 ລ້ານ USD ໃນປີ 2025 ຕາມທິດສົມດູນກ່ວາອີກ, ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ ຫວຽດນາມ ຢູ່ ບຣູໄນ, ເພີ່ມທະວີຈຳນວນທຶນການສຶກສາຂອງລັດຖະບານ ບຣູໄນ ໃຫ້ແກ່ນັກສຶກສາ ຫວຽດນາມ.

ທ່ານປະທານປະເທດ ຫວັງວ່າ ສອງປະເທດ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ຢູ່ອາຊຽນ, ສປຊ,  ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)… ກ່ຽວກັບທະເລຕາເວັນອອກ, ທ່ານປະທານປະເທດສະເໜີໃຫ້ສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ພ້ອມກັບ ອາຊຽນ ຮັກສາຄວາມສາມັກຄີ ແລະ ສຽງເວົ້າລວມ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ, ຊຸກຍູ້ການປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC), ເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ຂອງ ສປຊ (UNCLOS) 1982.

(ແຫຼ່ງຄັດຈາກ VOV)


top