ຂ່າວສານ

ຫວຽດ​ນາມ ແລະ ຕັງ​ຊາ​ນີ ເປີດກວ້າງ​ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບຄະນະພັກປະຕິວັດ (CCM) ກຳອຳນາດຢູ່ ຕັງຊານີ ໂດຍທ່ານ Abdulrahman Omar Kinana, ຮອງປະທານພັກ CCM ນຳໜ້າຄະນະ.
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ Abdulrahman Omar Kinana, ຮອງປະທານພັກ CCM (ພາບ: TTXVN)  

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະແດງຄວາມເຊື່ອໝັ້ນຕໍ່ພັກ CCM ແລະ ລັດ ຕັງຊານີ ຈະບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນເສັ້ນທາງສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານປະເທດ ຫວໍວັນເຖືອງ ກໍຝາກຄຳຢື້ຢາມຖາມຂ່າວ ແລະ ເຊື້ອເຊີນປະທານພັກ CCM, ທ່ານປະທານາທິບໍດີ ຕັງຊານີ ສັບຊ້ອນເວລາມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນຈຸດເວລາທີ່ເໝາະສົມ.

        ສ່ວນທ່ານຮອງປະທານພັກ CCM Abdulrahman Omar Kinana ຢັ້ງຢືນວ່າ ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ CCM, ລັດ ຕັງຊານີ ໃນການປັບປຸງການພົວພັນອັນດີງາມ ແລະ ເປັນມູນເຊື້ອ ແລະ ຊຸກຍູ້ການຮ່ວມມືຢ່າງແທດຈິງກັບພັກ ແລະ ລັດ ຫວຽດນາມ. ທ່ານຮອງປະທານພັກ CCM Abdulrahman Omar Kinana ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ ຕັງຊານີ.

        ການນຳສອງທ່ານກໍເຫັນດີເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍກວ່າອີກ ແລະ ສົ່ງເສີມການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ.

 


top