ຂ່າວສານ

ຫວຽດ​ນາມ ແລະ ຍີ່​ປຸ່ນ ສືບ​ຕໍ່​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ, ເນື່ອງໃນໂອກາດທ່ານມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ (ພາບ: Bocongan.gov.vn)

ທີ່ການຕ້ອນຮັບ, ທ່ານ ພົນເອກ ໂຕເລິມ ໄດ້ຊີ້ແຈ້ງວ່າ, ໃນຊຸມປີຜ່ານມາ, ການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເພື່ອສັນຕິພາບ, ຄວາມວັດທະນາຖາວອນຂອງ ອາຊີ ” ສືບຕໍ່ພັດທະນາ ແລະ ກ້າວເຂົ້າສູ່ລວງເລິກໃນຫຼາຍຂົງເຂດ. ທ່ານໂຕເລິມສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມຈະສົມທົບກັບອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນສືບຕໍ່ຍົກສູງຄຸນນະພາບຂໍ້ມູນຂ່າວສານໃນການແລກປ່ຽນ, ຮ່ວມມືກັນໃນບັນດາຂົງເຂດປ້ອງກັນ, ສະກັດກັ້ນອາດຊະຍາກຳ ແບບເກົ່າ ແລະ ແບບໃໝ່ປະເພດຕ່າງໆ.

ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19ໃນທົ່ວໂລກ, ທ່ານພົນເອກໂຕເລິມ ໄດ້ຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ຍາມໃດກໍ່ ຕັ້ງໜ້າກຽມພ້ອມແບ່ງປັນບົດຮຽນ, ໜູນຊ່ວຍຍີ່ປຸ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ໜູນຊ່ວຍບັນດາວິສາຫະກິດ, ນັກຊ່ຽວຊານຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດາມ.

ທ່ານ Yamada Takio ຢັ້ງຢືນວ່າ ໃນຖານະຕຳແໜ່ງຂອງຕົນຈະເພີ່ມທະວີການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ກະຊວງຕຳຫຼວດຫວຽດນາມ, ທ່ານ ພົນເອກໂຕເລິມໄດ້ມອບ ຜ້າອັດປາກ - ດັງ 10.000 ອັນໃຫ້ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)


top