ຂ່າວສານ

ຫວຽດ​ນາມ ແລະ ຈີນ ​ເຈ​ລະ​ຈາ​ຍຸດ​ທະ​ສາ​ດ​ປ້ອງ​ກັນ​ຊາດ

ຕອນບ່າຍວັນທີ 23 ເມສາ, ກອງປະຊຸມເຈລະຈາຍຸດທະສາດປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ຈີນ ຄັ້ງທີ 7 ຖືກຈັດຂຶ້ນຢູ່ນະຄອນຕຸງຊິງ, ແຂວງ ກວ໋າງຊີ, ປະເທດ ຈີນ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ພັນຕີ ຊາວຢຽນໝິງ, ຮອງຫົວໜ້າກອງເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນ ຈີນ.
ຄະນະຜູ້ແທນ ຫວຽດນາມ ທີ່ການເຈລະຈາ  (ພາບ: qdnd.vn)

ກອງປະຊຸມເຈລະຈາລະຫວ່າງສອງຝ່າຍດຳເນີນໄປດ້ວຍດີ, ໃນນັ້ນ ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະ ຮ່ວມມືໃນຫຼາຍຮູບຫຼາຍແບບ. ສອງຝ່າຍກໍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາບັນຫາຢູ່ທະເລ.

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບວ່າ ຕ້ອງສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນໃນບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງສະບັບຕ່າງໆທີ່ໄດ້ຮັບການລົງນາມ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຄວບຄຸມຄົນເຂົ້າ - ອອກເມືອງ, ຂ້າມຊາຍແດນຢ່າງຜິດກົດໝາຍ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆໃຫ້ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top