ຂ່າວສານ

ຫວຽດ​ນາມ ແລະ ກຳ​ປ​ູ​ເຈຍ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ, ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ

ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ ຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An (ພາບ: TTXVN)  

 ທີ່ການພົບປະ, ຮອງນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຕ້ອງສົມທົບກັນຊຸກຍູ້ ແລະ ຜັນຂະຫຍາຍການຢ້ຽມຢາມຂັ້ນສູງ ແລະ ການເຄື່ອນໄຫວສຳຄັນອື່ນ ໃນຂອບເຂດ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022” ໃຫ້ເປັນຢ່າງດີ; ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ ເວທີສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ພິເສດແມ່ນໃນປີ ກຳປູເຈຍ ເປັນປະທານ ອາຊຽນ ໃນປີ 2022.

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາງ ຮອງນາຍົກລັດຖະມົນຕີ Men Sam An ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ…


top