ຂ່າວສານ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ຍົກ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ

ການພົວພັນລະຫວ່າງ ຫວຽດນາມ ແລະ ກຳ​ປູ​ເຈຍ ໄດ້​ສ້າງ​ຂຶ້ນບົນ​ທິດ​ນຳ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ​ຍາວ​ນານ”.
ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດ​ນາມ ເດີນທາງໄປຢ້ຽມຢາມ ລາ​ຊະ​ອາ​ນາ​ຈັກ ກຳປູເຈຍ (ພ​າບ: VNA)
ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຕອນ​ບ່າຍ​ວັນ​ທີ 9 ຕຸ​ລາ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດ​ນາມ ເດີນທາງໄປຢ້ຽມຢາມ ລາ​ຊະ​ອາ​ນາ​ຈັກ ກຳປູເຈຍ ແຕ່ວັນທີ 09 – 10 ຕຸລາ. ການພົວພັນລະຫວ່າງ ຫວຽດນາມ ແລະ ກຳ​ປູ​ເຈຍ ໄດ້​ສ້າງ​ຂຶ້ນບົນ​ທິດ​ນຳ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ​ຍາວ​ນານ”. ການ​ຢ້ຽມ​ຢາມ ກຳ​ປູ​ເຈຍ​ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ຢັ້ງ​ຢືນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ນານ​ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ.

top