ຂ່າວສານ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ

ການຜັນຂະຫຍາຍບົດບັນທຶກຮ່ວມມືໃນຂົງເຂດການທ່ອງທ່ຽວ ໃນຊຸມປີຜ່ານມາ ໄດ້ປະຕິບັດຢ່າງຖືກຕ້ອງຕາມເນື້ອໃນທີ່ໄດ້ຕົກລົງກັນໄວ້, ສອງຝ່າຍກໍສ້າງຫຼາຍຜະລິດຕະພັນທ່ອງທ່ຽວໃໝ່; ດຳເນີນຫຼາຍກິດຈະກຳເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືກັນ.
  ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)  

ວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ, ທ່ານລັດຖະມົນຕີກະຊວງທ່ອງທ່ຽວ - ປະທານຄະນະກຳມະການ Olympic ກຳປູເຈຍ Thong Khon ໄດ້ເນັ້ນໜັກວ່າ ທ່ານຕີລາຄາສູງຕໍ່ການນຳພາຂອງພັກຄອມມູນິດ ຫວຽດນາມ ແລະ ຍາມໃດກໍຖື ຫວຽດນາມ ແມ່ນເພື່ອນ, ເປັນອ້າຍນ້ອງກັນ ດ້ວຍຄວາມເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈ.  

ສ່ວນທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຕີລາຄາວ່າ ການຜັນຂະຫຍາຍບົດບັນທຶກຮ່ວມມືໃນຂົງເຂດການທ່ອງທ່ຽວ ໃນຊຸມປີຜ່ານມາ ໄດ້ປະຕິບັດຢ່າງຖືກຕ້ອງຕາມເນື້ອໃນທີ່ໄດ້ຕົກລົງກັນໄວ້, ສອງຝ່າຍກໍສ້າງຫຼາຍຜະລິດຕະພັນທ່ອງທ່ຽວໃໝ່; ດຳເນີນຫຼາຍກິດຈະກຳເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືກັນ. 

ພາຍຫຼັງການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງທ່ອງທ່ຽວ ກຳປູເຈຍ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວ. ຕາມນັ້ນແລ້ວ, ສອງຝ່າຍຈະປັບປຸງ ແລະ ພັດທະນາການທ່ອງທ່ຽວ ເພື່ອຜົນປະໂຫຍດລວມຂອງສອງຝ່າຍ;


top