ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ຕີລາຄາວ່າ ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍົກສູງປະສິດທິຜົນໃນການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.
ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບເອມິເລດ (UAE) Sheikh Abdullah bin Zayed Al Nahyan
ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບເອມິເລດ (UAE) Sheikh Abdullah bin Zayed Al Nahyan ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 13 – 14 ມິຖຸນາ.
ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ຕີລາຄາວ່າ ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍົກສູງປະສິດທິຜົນໃນການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ ແລະ ເຫັນດີເປັນເອກະພາບບັນດາມາດຕະການ, ແຜນການຕ້ອງໄດ້ຮັບການສົມທົບກັນຜັນຂະຫຍາຍເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ. ຕາມນັ້ນແລ້ວ, ກ່ຽວກັບດ້ານການເມືອງ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຕັ້ງໜ້າສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993 - 2023), ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ.