ຂ່າວສານ

ຫວຽດ​ນາມ ແລະ Timor-Leste ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂ​ົ​ງ​ເຂດ

ຕອນເຊົ້າວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ Timor-Leste ທ່ານ Taur Matan ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢູ່ Labuan Bajo ອິນໂດເນເຊຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ Timor-Leste ທ່ານ Taur Matan (ພາບ: TTXVN)  

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍ Timor-Leste ຈະກາຍເປັນສະມາຊິກທີ 11 ຂອງຄອບຄົວ ອາຊຽນ. ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ພົບປະແລກປ່ຽນປະຊາຊົນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ເປີດກວ້າງໄປຍັງບັນດາຂົງເຂດໃໝ່ຄື: ການຫັນເປັນດີຈີຕອນ, ການເຕີບໂຕຂຽວ, ເສດຖະກິດໝູນວຽນ…

ສ່ວນທ່ານນາຍົກລັດຖະມົນຕີ Taur Matan ຢັ້ງຢືນຖືເປັນສຳຄັນ ແລະ ຫວັງວ່າ ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ປະກາດວ່າ ທ່ານປະທານາທິບໍດີ Jose Ramos-Horta ມີຄວາມຫວັງຢາກມາຢ້ຽມຢາມ ຫວຽດນາມ ໂດຍໄວ.


top