ຂ່າວສານ

ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.

ຮະລອງ - ກວາງນິງ, ສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈຂອງ ຫວຽດນາມ 

Wanderlust (ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອັງກິດ) ຫາກໍປະກາດວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.

ຕາມວາລະສານ Wanderlust ແລ້ວ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈເມື່ອມາທ່ຽວຊົມຄວາມຫຼາກຫຼາຍສີສັນຂອງແຂວງຕ່າງໆ ຢູ່ ຫວຽດນາມ ຄື  ຮ່າໂນ້ຍ, ໂຮ້ຍອານ, ເຫວະ, ນະຄອນ ໂຮ່ຈີມິນ… ຄວາມສວຍສົດງົດງາມຂອງທຳມະຊາດ ຫວຽດນາມ ແມ່ນມີຢູ່ທົ່ວທຸກແຖບຖິ່ນໃນທົ່ວປະເທດ.  ອ່າວ ຮະລອງ (ແຂວງ ກວ໋າງນິງ ທີ່ມີຊື່ສຽງ, ອ່າວ ລານຮະ (ຫ໋າຍຟ່ອງ ກໍມີຄວາມດູດດື່ມທີ່ບໍ່ນ້ອຍໜ້າກວ່າແຫ່ງອື່ນ. ແຂກທ່ອງທ່ຽວ ສາມາດຮັບຊົມລະບົບຖ້ຳທີ່ມີຄວາມງາມເລິກລັບມະຫັດສະຈັນ, ພິເສດແມ່ນ ຖ້ຳ ເຊີນດອງ ຢູ່ແຂວງ ກວ໋າງບິ່ງ.

ແຫຼ່ງຄັດຈາກ VOV

top