ຂ່າວສານ

ຫວຽດ​ນາມ ແມ່ນ​ຄ​ູ່​ຮ່ວມ​ມື​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນອອກ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ອິນ​ເດຍ

ວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Jagdeep Dhankhar ຢູ່ນອກກອງປະຊຸມສຸດຍອດ ອາຊຽນ.

ວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Jagdeep Dhankhar ຢູ່ນອກກອງປະຊຸມສຸດຍອດ ອາຊຽນ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Jagdeep Dhankhar

ເມື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພົບປະແລກປ່ຽນປະຊາຊົນໃນທຸກຊ່ອງທາງ; ສົມທົບກັນຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ ໃຫ້ປະສົບຜົນສຳເລັດ ແລະ ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມໃຫ້ມີປະສິດທິຜົນ. ສອງຝ່າຍເຫັນດີເພີ່ມທະວີການຂຸດຄົ້ນຄວາມສາມາດບົ່ມຊ້ອນໃນທຸກຂົງເຂດ ແລະ ສັນຍາການຄ້າ ອາຊຽນ - ອິນເດຍ (AIFTA) ຢ່າງມີປະສິດທິຜົນ; ພ້ອມດຽວກັນນັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສສາກົນ ແລະ ພາກພື້ນ ແລະ ໃນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານຮອງປະທານາທິບໍດີ ອິນເດຍ ຕີລາຄາສູງ ຕໍ່ຜົນງານໃນການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ ແລະ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)


top