ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສິງ​ກະ​ໂປ​ຢູ່​ພາກ​ພື້ນ

ທ່ານລັດຖະມົນຕີ ບຸຍແທັງເຊີນ ຕີລາຄາສູງການພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ແລະ ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Albert Chua (ພາບ: baoquocte.vn)

ວັນທີ 18 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Albert Chua ເນື່ອງໃນໂອກາດ ມາຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 15. ທ່ານລັດຖະມົນຕີ ບຸຍແທັງເຊີນ ຕີລາຄາສູງການພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ, ທ່ານຕີລາຄາສູງປະສິດທິພົນຂອງກົນໄກປຶກສາຫາລືດ້ານການເມືອງ. ທ່ານລັດຖະມົນຕີ ສະເໜີສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງກົນໄກນີ້ ໃນການສຳຫຼວດກວດກາ, ສະເໜີທິດທາງຮ່ວມມືລະຫວ່າງກະຊວງຕ່າງປະເທດສອງປະເທດ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ສ່ວນທ່ານຮອງລັດຖະມົນຕີ Albert Chua ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສິງກະໂປຢູ່ພາກພື້ນ, ນັບມື້ນັບມີວິສາຫະກິດສິງກະໂປຫຼາຍແຫ່ງມີຄວາມສົນໃຈ ແລະ ຢາກເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຮອງລັດຖະມົນຕີ ກໍ່ສະໜັບສະໜູນເລື່ອງ ຫວຽດນາມ ແລະ ສິງກະໂປຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນກາຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ເຫັນດີເປັນເອກະພາບເພີ່ມທະວີການປຶກສາຫາລືແລກປ່ຽນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ.

 


top