ຂ່າວສານ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.
ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ເຫດການຮັບຮອງເອົາ ສົນທິສັນຍາ ຮ່າໂນ້ຍ (ພາບ: TTXVN)

ດ້ວຍຫົວຂໍ້ “ປ້ອງກັນຕ້ານອາດຊະຍາກຳທາງອິນເຕີເນັດ - ແບ່ງປັນຄວາມຮັບຜິດຊອບ - ຮັບປະກັນອະນາຄົດ”, ພິທີເປີດການລົງນາມສົນທິສັນຍາ, ວົງການນັກຄົ້ນຄ້ວາ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ, ເນັ້ນໜັກວ່າການປ້ອງກັນຄວາມປອດໄພທາງອິນເຕີເນັດ ບໍ່ພຽງແຕ່ແມ່ນວຽກງານຂອງແຕ່ລະປະເທດ.

ຫົວຂໍ້ນີ້ກໍ່ຄືນກັນກັບສານຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງທີ່ວ່າ: ອິນເຕີເນັດແມ່ນຊັບສົມບັດລວມຂອງມວນມະນຸດ ແລະ ພຽງແຕ່ໄດ້ຮັບການປົກປ້ອງຢ່າງມີປະສິດທິຜົນຖ້າບັນດາປະເທດຮ່ວມມືກັນ ແລະ ແບ່ງປັນຄວາມຮັບຜິດຊອບ.

ເປີດກອບນິຕິກຳ ແລະ ມີການກະທຳລະອຽດ

ສົນທິສັນຍາ ຮ່າໂນ້ຍກຳນົດກອບນິຕິກຳດ້ວຍ 9 ພາກ ແລະ 71 ມາດຕາ, ກຳນົດ ແລະ ປະຕິບັດທາງອາຍາສຳລັບບັນດາການກະທຳອາດຊະຍາກຳທາງອີນເຕີເນັດ, ຄືເຂົ້າລະບົບແບບຜິດກົດໝາຍ, ແຊກແຊງເຂົ້າລະບົບ, ສໍ້ໂກງທາງອິນເຕີເນັດ, ຂຸດຄົ້ນເດັກນ້ອຍ… ຢັ້ງຢືນສິດສືບສວນ, ເກັບກຳຫຼັກຖານທາງອິນເຕີເນັດ, ແລກປ່ຽນສາກົນ ແລະ ໜູນຊ່ວຍດ້ານເຕັກນິກ. ທ່ານພັນຕີ ຟ້າມກວາງຮຸຍ, ກົມປ້ອງກັນຄວາມສະຫງົບທາງອິນເຕີເນັດ ແລະ ປ້ອງກັນຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ, ກະຊວງຕຳຫຼວດ ໃຫ້ຮູ້ວ່າ:

ກ່ຽວກັບຂອບເຂດປັບປຸງ, ສົນທິສັນຍາ ຮ່າໂນ້ຍໄດ້ຍົກບັນດານິຍາມກ່ຽວກັບອາດຊະຍາກຳຫຼາຍປະເພດທີ່ບໍ່ເຄີຍໄດ້ເວົ້າເຖິງໃນເມື່ອກ່ອນ. ຍົກຕົວຢ່າງຄືການກະທຳຝອກເງິນ ຜ່ານຊັບສິນດີຈີຕອນ. ສົນທິສັນຍາ ຮ່າໂນ້ຍກໍ່ຈະເຮັດແຈ້ງຂໍ້ມູນເອເລັກໂຕນິກ ທີ່ໄດ້ຮັບການແບ່ງປັນລະຫວ່າງບັນດາປະເທດ. ພ້ອມກັນນັ້ນ, ສົນທິສັນຍາກໍ່ຊຸກຍູ້ການແກ້ໄຂເຕັກນິກດີຈີຕອນໃນວິວັດການໜູນຊ່ວຍດ້ານຍຸຕິທຳສາກົນ.

ສົນທິສັນຍາຮ່າໂນ້ຍ ໄດ້ເປີດໜ້າປະຫວັດສາດໃໝ່, ຮອບດ້ານກ່ວາ, ມີຄວາມຍຸຕິທຳກ່ວາ ແລະ ຈາກນັ້ນເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຮ່ວມມືສາກົນ ໃນການປ້ອງກັນຕ້ານອາດຊະຍາກຳທາງອິນເຕີເນັດ. ທ່ານພົນຈັດຕະວາ ເລຊວັນມິງ, ຫົວໜ້າກົມປ້ອງກັນຄວາມສະຫງົບທາງເຄືອຂ່າຍອິນເຕີເນັດ ແລະ ປ້ອງກັນຕ້ານອາດຊະຍາກຳເຕັກໂນໂລຢີສູງ, ກະຊວງຕຳຫຼວດ ຢັ້ງຢືນວ່າ:

ສິນທິສັນຍາ ຮ່າໂນ້ຍ ຈະແມ່ນເອກະສານດ້ານນິຕິກຳສະບັບສູງທີ່ສຸດຂອງ ສປຊ ແລະ ເລື່ອງບັນດາປະເທດເຂົ້າຮ່ວມການລົງນາມ ແລະ ເຫັນດີ, ໄດ້ໃຫ້ສັດຕະຍາບັນຢູ່ລະດັບຊາດ, ຈະສ້າງກອບນິຕິກຳໃຫ້ແກ່ທຸກໆປະເທດປະຕິບັດ. ພ້ອມກັນນັ້ນ, ເລື່ອງ ສົນທິສັນຍາຮ່າໂນ້ຍໄດ້ລົງນາມກໍ່ສະແດງໃຫ້ເຫັນບົດບາດຢ່າງຈະແຈ້ງ, ຄວາມຮັບຜິດຊອບ, ຄວາມຮັບຮູ້ຂອງຜູ້ນຳບັນດາປະເທດໃນການຮັບມືກັບຄວາມສ່ຽງໃຫຍ່ທົ່ວໂລກ.

ຫວຽດນາມ ພ້ອມແລ້ວທີ່ຈະ ປະຕິບັດບັນດາຄຳໝັ້ນສັນຍາສາກົນໃຫ້ປະກົດຜົນເປັນຈິງ

ເລື່ອງ ສປຊ ເລືອກຮ່າໂນ້ຍແມ່ນສະຖານທີ່ເປີດການລົງນາມສົນທິສັນຍາ ແມ່ນການຢັ້ງຢືນບົດບາດອິດທິພົນຊື່ສຽງ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ພວມກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທົ່ວໂລກ.

ສຳລັບ ຫວຽດນາມແລ້ວ, ເຫດການນີ້ສະແດງໃຫ້ເຫັນຫວຽດນາມ ພ້ອມແລ້ວທີ່ຈະ ປະຕິບັດບັນດາຄຳໝັ້ນສັນຍາສາກົນນີ້ ໃຫ້ປະກົດຜົນເປັນຈິງ, ຈາກນະໂຍບາຍ, ກົດໝາຍຈົນຮອດການຮ່ວມມືສາກົນ. ນີ້ແມ່ນຈຸດເວລາ ຫວຽດນາມ ສືບຕໍ່ຍູ້ແຮງການບູລະນະລະບົບກົດໝາຍ, ເພີ່ມທະວີຄວາມສາມາດໃນການປະຕິບັດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນການປ້ອງກັນຄວາມປອດໄພທາງອິນເຕີເນັດ, ເປີດກວ້າງເຄືອຂ່າຍຮ່ວມມືຫຼາຍຝ່າຍ, ທັງປົກປ້ອງຕົນເອງ, ທັງປະກອບສ່ວນໃຫ້ແກ່ປະຊາຄົມສາກົນ. ເລື່ອງເຂົ້າຮ່ວມສົນທິສັນຍາ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຢ່າງຄົບຖ້ວນຈະຊ່ວຍສ້າງສະພາບແວດລ້ອມແຫ່ງຄວາມປອດໄພກ່ວາ, ສະດວກກ່ວາໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ຫັນເປັນດີຈີຕອນຢູ່ ຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ:

ເມື່ອພວກເຮົາເຂົ້າຮ່ວມວິວັດການນີ້, ເຂົ້າຮ່ວມການນຳໜ້າ, ນຳພາວິວັດທະນາການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ, ສິ່ງທ້າທາຍທົ່ວໂລກຄືດັ່ງກ່າວ, ດັ່ງນັ້ນພວກເຮົາຈະເຕົ້າໂຮມໄດ້ບັນດາແຫຼ່ງກຳລັງ, ການຮ່ວມມືດ້ານເຕັກນິກ ແລະ ບຸກຄະລາກອນຂອງບັນດາປະເທດອື່ນເຂົ້າຮ່ວມການປ້ອງກັນຕ້ານອາດຊະຍາກຳທາງອິນເຕີເນັດ.

ສົນທິສັນຍາ ຮ່າໂນ້ຍ ບໍ່ພຽງແຕ່ເປີດກອບນິຕິກຳທົ່ວໂລກກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງອິນເຕີເນັດ ເທົ່ານັ້ນ ຫາກຍັງສ້າງຂີດໝາຍການຕ່າງປະເທດຫຼາຍຝ່າຍສຳຄັນຂອງ ຫວຽດນາມ, ເປັນຕົ້ນແມ່ນໃນໄລຍະເວລາ 48 ປີ ຫວຽດນາມ ເຂົ້າຮ່ວມ ສປຊ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມສົນທິສັນຍາ ຮ່າໂນ້ຍ ແມ່ນຄຳໝັ້ນສັນຍາຢ່າງແຮງ: ຫວຽດນາມ ບໍ່ພຽງແຕ່ປ້ອງກັນຢູ່ພາຍໃນ ເທົ່ານັ້ນ ຫາກຍັງຈະຮ່ວມມື, ໜູນຊ່ວຍສາກົນ ແລະ ຍອມຮັບມາດຖານສາກົນໃນການກະທຳ, ເພື່ອຄວາມປອດໄພທາງອິນເຕີເນັດ.


top