ຂ່າວສານ

ຫວຽດ​ນາມ - ແບນ​ຊິກ ຍູ້​ແຮງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ດ້ານ​ກະ​ສິ​ກຳ, ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ຄ້າ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ Alexander De Croo, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ແຕ່ວັນທີ 13 – 15 ທັນວາ. ຕອນບ່າຍວັນທີ 13 ທັນວາ, ພາຍຫຼັງພິທີຕ້ອນຮັບທີ່ຈັດຂຶ້ນຢ່າງສົມກຽດ ຢູ່ວັງ Egmont ຢູ່ນະຄອນຫຼວງ ບຣຸກແຊນ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະເຈລະຈາ.
  ການພົບປະລະຫວ່າງສອງຝ່າຍ  

ທີ່ການພົບປະເຈລະຈາ, ເມືື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ, ນາຍົກລັດຖະມົນຕີສອງທ່ານໄດ້ສົ່ງເສີມອົງການ ແລະ ວິສາຫະກິດຕ່າງໆຂອງສອງປະເທດ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ ແລະ ຍູ້ແຮງການສົມທົບພ້ອມກັນແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ… ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ແບນຊິກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານການເງິນ ແລະ ເຕັກໂນໂລຢີ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນ ກ່ຽວຂ້ອງເຖິງບັນຫາດິນຟ້າອາກາດ, ພິເສດແມ່ນພັດທະນາເຕັກໂນໂລຢີ ພະລັງງານຜະລິດຄືນໃໝ່ ແລະ ບັນດາຂະແໜງອຸດສາຫະກຳໜູນຊ່ວຍ. ການນຳສອງທ່ານກໍຢັ້ງຢືນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ພິເສດແມ່ນ ເມື່ອສອງປະເທດ ພ້ອມກັນເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025. ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດໃນບັນດາຂົງເຂດ: ກະສິກຳ, ພັດທະນາເສດຖະກິດທະເລ, ຮັບປະກັນອະນາໄມດ້ານສະບຽງອາຫານ ແລະ ອື່ນໆ.


top