ຂ່າວສານ

ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄຸ້ມ​ຄອງ​ໄພ​ເງິນ​ເຟີ້

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກພວມສືບຕໍ່ມີການຜັນແປໂດຍໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ບໍ່ເຄີຍມີມາກ່ອນ.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກພວມສືບຕໍ່ມີການຜັນແປໂດຍໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ບໍ່ເຄີຍມີມາກ່ອນ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບການນຳບາງກະຊວງ, ຂະແໜງການກ່ຽວກັບບັນດາມາດຕະການ, ນະໂຍບາຍເໝາະສົມໃນສະເພາະໜ້າ ແລະ ໄລຍະຍາວ ເພື່ອສືບຕໍ່ຄຸ້ມຄອງໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ກອງປະຊຸມໄດ້ຈັດຂຶ້ນພາຍຫຼັງກົມສຳຮອງ ສະຫະລັດ ອາເມລິກາ (FED) ຍົກອັດຕາດອກເບ້ຍຂຶ້ນຕື່ມອີກ 0,75% ໃນຕອນຄ່ຳວັນທີ 27 ກໍລະກົດ ແລະ ທະນາຄານສູນກາງຫຼາຍປະເທດໄດ້ມີການເພີ່ມອັດຕາດອກເບ້ຍຂຶ້ນຫຼາຍຄັ້ງ ເພື່ອຮັບມືກັບໄພເງິນເຟີ້ເພີ່ມຂຶ້ນສູງໃນເວລາມໍ່ໆມານີ້.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກພວມສືບຕໍ່ມີການຜັນແປໂດຍໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ບໍ່ເຄີຍມີມາກ່ອນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສຸມໃສ່ຕິດຕາມກວດກາ, ກຳແໜ້ນສະພາບການ, ບໍ່ໄດ້ປະໝາດ, ຕ້ອງເປັນເຈົ້າການປະຕິບັດນະໂຍບາຍໃຫ້ເໝາະສົມ, ທັນການ, ມີວິທະຍາສາດ, ມີປະສິດທິຜົນ.

ທ່ານກໍ່ເນັ້ນໜັກວ່າ, ໜ້າທີ່ຈຸດສຸມ, ບຸລິມະສິດອັນດັບ 1 ໃນປັດຈຸບັນແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄຸ້ມຄອງໄພເງິນເຟີ້, ຮັບປະກັນຄວາມສົມດູນໃຫຍ່, ຕ້ານການຊຸດໂຊມ, ຊຸກຍູ້ການຟື້ນຟູ, ການເຕີບໂຕເສດຖະກິດ; ເອົາໃຈໃສ່ເປັນພິເສດເຖິງການປ້ອງກັນ, ຕ້ານພະຍາດໂຄວິດ - 19, ເປັນຕົ້ນແມ່ນຍູ້ແຮງການສັກວັກຊິນ.

(ແຫຼ່ງຄັດຈາກ VOV)


top