ຂ່າວສານ

ຫວຽດ​ນາມ ເລື່ອນ​ຂຶ້ນ 5 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ການ​ສຶກ​ສາ​ດີ​ທີ່​ສຸດ

ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.

ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.

    

ຕາມຂໍ້ມູນຈາກກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ໃຫ້ຮູ້ວ່າ ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020 (ເຖິງວ່າຍັງຕາມຫຼັງບາງປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ກໍ່ຕາມ). ນີ້ແມ່ນການຫັນປ່ຽນທີ່ຕັ້ງໜ້າຂອງຂະແໜງການສຶກສາ ຫວຽດນາມ ໂດຍໄດ້ຮັບການຮັບຮອງ ແລະ ຈັດອັນດັບຈາກອົງການຈັດຕັ້ງສາກົນ.

        ການຈັດອັນດັບດັ່ງກ່າວໄດ້ປະຕິບັດໂດຍອີງໃສ່ໝາກຜົນການສຳຫຼວດໃນທົ່ວໂລກກ່ຽວກັບ 3 ປັດໄຈຄື: ລະບົບການສຶກສາພາກລັດມີການພັດທະນາດີ; ອັດຕາຜູ້ເລືອກຮຽນມະຫາວິທະຍາໄລຢູ່ປະເທດນັ້ນ ແລະ ຄຸນນະພາບການສຶກສາຂອງປະເທດນັ້ນ.

        10 ປະເທດແຖວໜ້າໃນຕາຕະລາງຈັດອັນດັບປີນີ້ ລວມມີ ອາເມລິກາ, ລາຊະອານາຈັກອັງກິດ, ເຢຍລະມັນ, ການາດາ, ຝລັ່ງ, ສະວິດ, ຍີ່ປຸ່ນ, ອົດສະຕາລີ, ຊູແອັດ, ໂຮນລັງ ຕາມລຳດັບ.

(ແຫຼ່ງຄັດຈາກ VOV)


top