ຂ່າວສານ

ຫວຽດ​ນາມ ເປ​ັນ​​ເຈົ້າ​ພາບ​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ສັນ​ຕິ​ພາບ

ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ​ພາຍ​ໃຕ້​ຫົວ​ຂໍ້ “ປະ​ລະ​ມ​າ​ນູ​ເພື່ອ​ການ​ພັດ​ທະ​ນາ: ເຕັກ​ໂນ​ໂລ​ຢີ, ກຳ​ລັງ​ຄວາມ​ສາ​ມາດ ແລະ ການ​ເງິນ​​ແກ່​ນຳ​ໃຊ້​ກຳ​ລັງ​ຄວາມ​ສາ​ມາດ​ນິວ​ເຄຼຍ ເພື່ອ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs).
  ບັນ​ຍາ​ກາດ​ຂອງ​ກອງ​ປະ​ຊຸມ ​​​​​(ພາບ: VOV-Washington)  

ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ​ບໍ່​ແຜ່ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ (NPT) ຄັ້ງ​ທີ 11, ວັນ​ທີ 29 ເມ​ສາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ປະ​ຈຳ ນິວ​ຢອກ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ​ພາຍ​ໃຕ້​ຫົວ​ຂໍ້ “ປະ​ລະ​ມ​າ​ນູ​ເພື່ອ​ການ​ພັດ​ທະ​ນາ: ເຕັກ​ໂນ​ໂລ​ຢີ, ກຳ​ລັງ​ຄວາມ​ສາ​ມາດ ແລະ ການ​ເງິນ​​ແກ່​ນຳ​ໃຊ້​ກຳ​ລັງ​ຄວາມ​ສາ​ມາດ​ນິວ​ເຄຼຍ ເພື່ອ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs). ເຫດ​ການ​ນີ້ ມີ​ການ​ຮ່ວມ​ອຸ​ປະ​ຖຳ​ຈາກຫຼາຍ​ປະ​ເທດ ແລະ ດຶງ​ດູດ​ຜູ້​ແທນກວ່າ 100 ທ່ານ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NPT ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ.

ເມື່ອ​ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ທິ​ທູ​ຮັ່ງ ເນັ້ນ​ໜັກເຖິງບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ແທດ​ຈິງ​ຂອງ​ພະ​ລັງ​ງານ​ນິວ​ເຄຼຍ ໃນ​ບັນ​ດາ​ຂົງ​ເຂດສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພ​ະ​ລັງ​ງານ, ກໍ​ຄື​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ​ທ່ານ​ນາງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽ​ດ​ນາມ ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຮັບ​ປະ​ກັນ​ໃຫ້​ບັນ​ດາ​ປະ​ເທດ​ໄດ້​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ ແລະ ນຳ​ໃຊ້​ນິວ​ເຄຼຍ ຢ່າງ​ຍຸ​ຕິ​ທຳ.


top