ຂ່າວສານ

ຫວຽດ​ນາມ ເນັ້ນ​ໜັກ​ວ່າ ການ​ຫັນ​ປ່ຽນ​ພະ​ລັງ​ງານ​ຢ່າງ​ຍຸ​ຕິ​ທຳ ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ການຫັນປ່ຽນພະລັງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນເສັ້ນທາງທີ່ຈຳເປັນເພື່ອໃຫ້ ຫວຽດນາມ ບັນລຸໄດ້ການພັດທະນາແບບຍືນຍົງ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄຳເຫັນ (ຜູ້ຢູ່ໃຈກາງ) (ພາບ: TTXVN)

ວັນທີ 19 ເມສາ, ຢູ່ສຳນັກງານ ສປຊ ຕັ້ງຢູ່ນະຄອນ ນິວຢອກ (ອາເມລິກາ), ຄະນະຜູ້ຕາງໜ້າ ຫວຽດນາມ ພ້ອມກັບ ຄະນະຜູ້ຕາງໜ້າຂອງ ອິນໂດເນເຊຍ ປະຈຳ ສປຊ ແລະ ຄະນະກຳມະການເສດຖະກິດສັງຄົມ ສປຊ ພາກພື້ນ ອາຊີ - ປາຊີຟິກ (ESCAP) ໄດ້ຈັດເຫດການ “ສ້າງແຜນການການເງິນໃຫ້ແກ່ການຫັນປ່ຽນພະລັງງານ ພາກພື້ນ ອາຊີ - ປາຊີຟິກ, ບົດຮຽນປະສົບການຂອງ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການສ້າງຕັ້ງຄູ່ຮ່ວມມືໃນການຫັນປ່ຽນພະລັງງານຢ່າງຍຸຕິທຳ”.

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ການຫັນປ່ຽນພະລັງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນເສັ້ນທາງທີ່ຈຳເປັນເພື່ອໃຫ້ ຫວຽດນາມ ບັນລຸໄດ້ການພັດທະນາແບບຍືນຍົງ. ດັ່ງນັ້ນ, ຫວຽດນາມ ໄດ້້ພ້ອມກັບຄູ່ຮ່ວມມືສາກົນສ້າງຕັ້ງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ເພື່ອລະດົມທຶນ ໃນເບື້ອງຕົ້ນ ຈຳນວນ 15,5 ຕື້ USD ໃນໄລຍະແຕ່ 3 ຫາ 5 ປີຈະມາເຖິງ ເພື່ອຮັບໃຊ້ຄວາມມານະພະຍາຍາມຫັນເປັນພະລັງງານຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍຮຽກຮ້ອງບັນດາຄູ່ຮ່ວມມືສາກົນປະຕິບັດຄຳໝັ້ນສັນຍາ ແລະ ສະໜອງແຫຼ່ງກຳລັງ, ທຶນຮອນ, ຫັນປ່ຽນພະລັງງານ ເພື່ອໃຫ້ ຫວຽດນາມ ສາມາດປະຕິບັດສຳເລັດບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ.

 


top