ຂ່າວສານ

ຫວຽດ​ນາມ ເນັ້ນ​ໜັກ​ ບັນ​ດາ​ປະ​ເທດ ພ້ອມ​ກັນ​ຮ່ວມ​ມື, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ

ການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 – “ລັດຖະທຳມະນູນກ່ຽວກັບທະເລ ແລະ ມະຫາສະໝຸດ” - ແມ່ນເຫດການສຳຄັນ, ມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບການພັດທະນາຢ່າງກ້າວໜ້າຂອງກົດໝາຍສາກົນ ເວົ້າລວມ ແລະ ກົດໝາຍທະເລສາກົນເວົ້າສະເພາະ.
  

ວັນທີ 10 ທັນວາ 2022, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ສະເໜີໃຫ້ຮູ້ທັດສະນະຂອງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຮັບຮອງເອົາສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຄົບຮອບ 40 ປີ, ທ່ານນາງ ຟານທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 – “ລັດຖະທຳມະນູນກ່ຽວກັບທະເລ ແລະ ມະຫາສະໝຸດ” - ແມ່ນເຫດການສຳຄັນ, ມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບການພັດທະນາຢ່າງກ້າວໜ້າຂອງກົດໝາຍສາກົນ ເວົ້າລວມ ແລະ ກົດໝາຍທະເລສາກົນເວົ້າສະເພາະ. ໃນ 40 ປີ ຜ່ານມາ, ສົນທະສັນຍາ ສະບັບດັ່ງກ່າວ ຍາມໃດກໍສວມບົດບາດເປັນກອບນິຕິກຳສາກົນທີ່ຮອບດ້ານ ແລະ ຄົບຖ້ວນ, ເປັນພື້ນຖານທາງດ້ານນິຕິກຳແກ່ທຸກການເຄື່ອນໄຫວຄຸ້ມຄອງ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ.

ເນື່ອງໃນໂອກາດນີ້, ຫວຽດນາມ ກໍເນັ້ນໜັກວ່າ ບັນດາປະເທດຕ້ອງສືບຕໍ່ເຄົາລົບ ແລະ ປະຕິບັດພັນທະຕ່າງໆຂອງຕົນສົນທິສັນຍາ ແລະ ກົດໝາຍສາກົນຢ່າງຄົບຖ້ວນ, ພ້ອມກັນຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳຢູ່ທະເລ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ ທະເລ ແລະ ມະຫາສະໝຸດ.


top