ທ່ານພົນໂທຮ່ວາງຊວັນຈຽນ ໃຫ້ຮູ້ວ່າກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຊີນກະຊວງປ້ອງກັນປະເທດ 8 ປະເທດລວມມີ: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາແຊັກໄບຊານ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ.
ກອງປະຊຸມ (ພາບ: ກະຊວງປ້ອງກັນປະເທດ)
ວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາອົງການ, ຫົວໜ່ວຍເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ (19/8/1945-19/8/2025) ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (2/9/1945-2/9/2025).
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານພົນໂທຮ່ວາງຊວັນຈຽນ ໃຫ້ຮູ້ວ່າກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຊີນກະຊວງປ້ອງກັນປະເທດ 8 ປະເທດລວມມີ: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາແຊັກໄບຊານ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ. ພ້ອມກັນນັ້ນ, ກະຊວງປ້ອງກັນປະເທດກໍ່ເຊື້ອເຊີນ 5 ປະເທດ: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີສວນສະໜາມຢູ່ພິທີສະເຫຼີມສະຫຼອງ. ຕາມບົດລາຍງານແລ້ວ, ມາຮອດປັດຈຸບັນ ຝ່າຍກູບາໄດ້ຕອບກັບຈົດໝາຍເຊີນ ໂດຍໃຫ້ຮູ້ວ່າ ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດກູບາ ຈະເຂົ້າຮ່ວມ. ລາວ ແລະ ກຳປູເຈຍ ກໍ່ໃຫ້ຮູ້ວ່າ ຈະສະໜັບສະໜູນແຜນນະໂຍບາຍຈັດສົ່ງກ້ອນກຳລັງມາເຂົ້າຮ່ວມພິທີສວນສະໜາມ ຢູ່ພິທີສະເຫຼີມສະຫຼອງຕາມການເຊື້ອເຊີນຂອງຝ່າຍ ຫວຽດນາມ.
ເລື່ອງ ກະຊວງປ້ອງກັນປະເທດ ຫວຽດນາມ ເຊື້ອເຊີນ 5 ປະເທດຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີສວນສະໜາມໃນພິທີສະເຫຼີມສະຫຼອງດັ່ງກ່າວແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບປະຊາຊົນ ຫວຽດນາມກັບບັນດາເພື່ອນມິດເປັນມູນເຊື້ອ.