ຂ່າວສານ

ຫວຽດ​ນາມ ເຈ​ລະ​ຈາ​ຊື້​ວັກ​ຊິນກັນ​ພະ​ຍາດ​ໂຄວິດ - 19 Sputnik V ຈຳ​ນວນ 20 ລ້ານ​ໂດ​ສ ໃນ​ປີ 2021

“ຫວຽດນາມ ເຈລະຈາຊື້ວັກຊິນກັນພະຍາດໂຄວິດ - 19 Sputnik V ຈຳນວນ 20 ລ້ານໂດສ ໃນປີ 2021" ແມ່ນຂໍ້ມູນຂ່າວ ໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຟ້າມແທັ່ງລອງ ໄດ້ຍົກອອກມາໃນການປຶກສາຫາລືທາງອອນລາຍ ກັບ ກອງທຶນລົງທຶນໂດຍກົງ ລັດເຊຍ ກ່ຽວກັບບັນຫາວັກຊິນກັນພະຍາດໂຄວິດ - 19 ໃນຕອນບ່າຍວັນທີ 02 ມິຖຸນາ.
ການເຮັດວຽກລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ກັບກອງທຶນລົງທຶນໂດຍກົງ ລັດເຊຍ (ພາບ:ກະຊວງສາທາລະນະສຸກ) 

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ນັບແຕ່ເດືອນ ສິງຫາ ປີ 2020, ຫວຽດນາມ ໄດ້ສົ່ງຈົດໝາຍເປີດສະເໜີຊື້ວັກຊິນກັນພະຍາດໂຄວິດ - 19 ຂອງ ລັດເຊຍ, ເຖິງຢ່າງໃດກໍຕາມ ຍ້ອນເງື່ອນໄຂການຜະລິດ ສະນັ້ນ ລັດເຊຍ ຍັງບໍ່ທັນຮັບປະກັນການສະໜອງວັກຊິນໃຫ້ແກ່ບັນດາປະເທດໄດ້, ໃນນັ້ນ ມີ ຫວຽດນາມ. ໃນໄລຍະຜ່ານມາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການເຈລະຈາກັບຝ່າຍ ລັດເຊຍ ເປັນປະຈຳ ເພື່ອມີວັກຊິນໄວທີ່ສຸດມາຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ມາຮອດປັດຈຸບັນ, ຝ່າຍ ລັດເຊຍ ໄດ້ຕົກລົງເຫັນດີສະໜອງວັກຊິນ ຈຳນວນ 20 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນປີ 2021.

        ທ່ານລັດຖະມົນຕີ ຫງວຽນແທ່ງລອງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ບໍລິສັດ Vabiotech  ຂອງ ຫວຽດນາມ ໄດ້ຮ່ວມມືກັບຝ່າຍ ລັດເຊຍ, ຄາດວ່າຮອດເດືອນ ກໍລະກົດ ປີ 2021 ນີ້ ຈະດຳເນີນບັນດາຂັ້ນຕອນຜະລິດວັກຊິນກັນພະຍາດໂຄວິດ - 19 ຂອງ ລັດເຊຍ ຢູ່ ຫວຽດນາມ ດ້ວຍກຳລັງຜະລິດທີ່ ຄາດວ່າ 5 ລ້ານໂດສ ຕໍ່ເດືອນ. ນີ້ແມ່ນໝາກຜົນສຳຄັນທີ່ສຸດ ເພື່ອໃຫ້ຝ່າຍ ລັດເຊຍ ອາດຈະດຳເນີນການຖ່າຍທອດເຕັກໂນໂລຢີການຜະລິດວັກຊິນ ໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top