ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ ປະ​ລະ​ມາ​ນູ ໂລກ​ຄັ້ງ​ທີ 1 ຢູ່​ມົດ​ສະ​ກູ

ທ່ານປະລິນຍາເອກ ເຈິ່ນຈີແທັງ, ຫົວໜ້າສະຖາບົນພະລັງງານປະລະມານູ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສໄດ້ສ້າງໂອກາດເພື່ອໃຫ້ ຫວຽດນາມ ຊອກຮູ້, ກຳໄດ້ກຳລັງຄວາມສາມາດຂອງ ລັດເຊຍ ແລະ ບັນດາປະເທດໃນການພັດທະນາຂົງເຂດອຸດສາຫະກຳ ນິວເຄຼຍ, ພົບປະກັບຄູ່ຮ່ວມມື, ຊອກຫາຄວາມສາມາດໃນການຮ່ວມມື.
  ສັບປະດາປະລະມານູ ໂລກຄັ້ງທີ 1 ຢູ່ລັດເຊຍ (ພາບ: VOV)  
ສັບປະດາປະລະມານູ ໂລກຄັ້ງທີ 1 (WAW) ໂດຍແມ່ນເຫດການທົ່ວໂລກໃຫຍ່ທີ່ສຸດໃນຂົງເຂດພະລັງງານ ປະລະມານູ ແລະ ເຕັກໂນໂລຢີສີຂຽວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ກັນຍາ, ໃນບໍລິເວນ ສູນງານວາງສະແດງຜົນສຳເລັດເສດຖະກິດແຫ່ງຊາດ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ. ໂດຍມີການເຂົ້າຮ່ວມຂອງຜູ້ແທນກ່ວາ 10.000 ທ່ານທີ່ມາຈາກກ່ວາ 118 ປະເທດ, ນັກປະຖະກະຖາສາກົນ ເກືອບ 250 ຄົນ ແລະ ລາຍການຊາວໜຸ່ມດຶງດູດໄວໜຸ່ມກ່ວາ 18.000 ຄົນ, WAW ຄັ້ງທຳອິດໄດ້ດຳເນີນແຕ່ວັນທີ 25 – 28 ກັນຍາ. ທ່ານປະລິນຍາເອກ ເຈິ່ນຈີແທັງ, ຫົວໜ້າສະຖາບົນພະລັງງານປະລະມານູ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສໄດ້ສ້າງໂອກາດເພື່ອໃຫ້ ຫວຽດນາມ ຊອກຮູ້, ກຳໄດ້ກຳລັງຄວາມສາມາດຂອງ ລັດເຊຍ ແລະ ບັນດາປະເທດໃນການພັດທະນາຂົງເຂດອຸດສາຫະກຳ ນິວເຄຼຍ, ພົບປະກັບຄູ່ຮ່ວມມື, ຊອກຫາຄວາມສາມາດໃນການຮ່ວມມື. ທ່ານປະລິນຍາເອກ ເຈິ່ນຈີແທັ່ງ ຢັ້ງຢືນວ່າ ລັດເຊຍແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ ແລະ ໃນໄລຍະຈະມາເຖິງ ທ່ານຫວັງວ່າ ສອງຝ່າຍຈະຕົກລົງກັນ ກ່ຽວກັບການຮ່ວມມືໃນຂົງເຂດບຳລຸງສ້າງ, ເລີ່ມຈາກໄລຍະສັ້ນ ແລະ ມຸ່ງໄປເຖິງໄລຍະຍາວ, ເພື່ອຮັບປະກັນໃຫ້ ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງເມື່ອເລີ່ມຕົ້ນການຜັນຂະຫຍາຍຂະແໜງອຸດສາຫະກຳອະນາຄົດນີ້.

top