ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ລົງ​ນາມ​ໃນ “ຄຳ​ຮຽກ​ຮ້ອງ​ໃຫ້ມີ​ການ​ກະ​ທຳມອບ​ສິດອຳ​ນາດ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ”

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນ “ຄຳຮຽກຮ້ອງໃຫ້ມີການກະທຳມອບສິດອຳນາດດ້ານເສດຖະກິດໃຫ້ແກ່ແມ່ຍິງ” ໂດຍ ອາເມລິກາ ລິເລີ່ມ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
 

ວັນທີ 23 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນ “ຄຳຮຽກຮ້ອງໃຫ້ມີການກະທຳມອບສິດອຳນາດດ້ານເສດຖະກິດໃຫ້ແກ່ແມ່ຍິງ” ໂດຍ ອາເມລິກາ ລິເລີ່ມ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ການຮັບປະກັນ ແລະ ມອບສິດໃຫ້ແກ່ແມ່ຍິງ ເປັນສຳຄັນ; ໃຫ້ຄຳໝັ້ນສັນຍາປະຕິບັດ ແລະ ສົມທົບບັນດາເນື້ອໃນດັ່ງກ່າວຢ່າງຄົບຖ້ວນໃນລະດັບຊາດ, ພາກພື້ນ ແລະ ສາກົນ. ທ່ານຢັ້ງຢືນວ່າ ຫວຽດນາມ ເຂົ້າຮ່ວມລົງນາມໃນຄຳຮຽກຮ້ອງດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຄຳຮຽກຮ້ອງນີ້ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການມອບສິດໃຫ້ແກ່ແມ່ຍິງໃນການເຄື່ອນໄຫວເສດຖະກິດ.
(ແຫຼ່ງຄັດຈາກ VOV)

top