ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ໄລ​ຍະ​ສະ​ພາ​ຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA)

ແຕ່ວັນທີ 14 – 18 ພະຈິກ, ຢູ່ນະຄອນວຽນ, ສ. ໂອຕາລິດ, ສະພາຜູ້ວ່າການ ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຈັດກອງປະຊຸມປະຈຳໄລຍະຄັ້ງສຸດທ້າຍຂອງປີ 2022 ດ້ວຍການເຂົ້າຮ່ວມຂອງຜູ້ແທນ 35 ປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນທີ່ສັງເກດການ.

  ກອງປະຊຸມປະຈຳໄລຍະສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ  

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າຫວຽດນາມ ປະຈຳ IAEA ເປັນຫົວໜ້າຄະນະ  ໄດ້ຕັ້ງໜ້າເຂົ້າຮ່ວມກ່າວຄຳເຫັນ, ປຶກສາຫາລືໃນຫຼາຍຫົວຂໍ້ຂອງກອງປະຊຸມ, ພ້ອມກັບບັນດາປະເທດສະມາຊິກຂອງສະພາດັ່ງກ່າວໄດ້ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຂອງ IAEA ໃນປີ 2023. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍສະໜັບສະໜູນທັງສາມເສົາຄ້ຳຕົ້ນຕໍຂອງ ອົງການ IAEA ນັ້ນແມ່ນ ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານນິວເຄຼຍ, ກວດສອບ ແລະ ນຳໃຊ້ພະລັງງານປະລະມານູນິວເຄຼຍ ເຂົ້າໃນເປົ້າໝາຍສັນຕິພາບ; ຫວຽດນາມ ກໍແບ່ງປັນຄວາມສົນໃຈຕໍ່ການຜັນແປສັບສົນກ່ຽວກັບດ້ານຄວາມໝັ້ນຄົງໃນປັດຈຸບັນ; ເຊີດຊູຫຼັກການເຈລະຈາ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.

top