ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 32 ບັນ​ດາປະ​ເທດ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ ສ​ປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982

ໃນລະຫວ່າງວັນທີ 13 – 17 ມິຖຸນາ, ຢູ່ສຳນັກງານ ສປຊ (ນິວຢອກ, ປະເທດ ອາເມລິກາ) ໄດ້ດຳເນີນກອງປະຊຸມຄັ້ງທີ 32 ບັນດາປະເທດສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ໃນລະຫວ່າງວັນທີ 13 – 17 ມິຖຸນາ, ຢູ່ສຳນັກງານ ສປຊ (ນິວຢອກ, ປະເທດ ອາເມລິກາ) ໄດ້ດຳເນີນກອງປະຊຸມຄັ້ງທີ 32 ບັນດາປະເທດສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

   

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

(ພາບ: TTXVN)

ເຂົ້າຮ່ວມວາລະປຶກສາຫາລືໃນວັນທີ 16 ມິຖຸນາ ກ່ຽວກັບບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ທະເລ ແລະ ມະຫາສະໝຸດ, ການເຄື່ອນໄຫວຂອງບັນດາອົງການ ສປຊ ແລະ ການຮ່ວມມືສາກົນໃນ 5 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນຄືນໃໝ່ວ່າ  UNCLOS ດ້ວຍບົດບາດ “ລັດຖະທຳມະນູນຂອງ ມະຫາສະໝຸດ”, ແມ່ນຂອບເຂດນິຕິກຳດັດປັບທຸກການເຄື່ອນໄຫວບົນທະເລ ແລະ ພື້ນຖານນິຕິກຳອັນໜຶ່ງດຽວເພື່ອກຳນົດ ຂອບເຂດສິດໄດ້ຊົມໃຊ້ເຂດທະເລຂອງບັນດາປະເທດຢ່າງຮອບດ້ານ, ຄວບຖ້ວນ

        ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການ ອາຊຽນ - ຈີນກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ປີ 2022 (DOC) ຢ່າງຄົບຖວ້ນ ແລະ ຮອບດ້ານ, ພ້ອມທັງຮຽກຮ້ອງໃຫ້ທຸກການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບບັນດາວິວັດຂະບວນການຕ່າງປະເທດ ແລະ ນິຕິກຳ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບບາດກ້າວທີ່ບັນລຸໄດ້ໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

(ແຫຼ່ງຄັດຈາກ VOV)


top