ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະກຳ​ມະ​ການ​ປະ​ສານ​​ງານການ​ເຊື່ອມ​ຈອດ​ອາ​ຊຽນ

ກອງປະຊຸມໄດ້ຮັບຮູ້ ແລະ ຕີລາຄາສູງຄວາມຄືບໜ້າຢ່າງຕັ້ງໜ້າໃນການຜັນຂະຫຍາຍທັງ 5 ຂົງເຂດຍຸດທະສາດ ແລະ 14 / 15 ຂໍ້ລິເລີ່ມ ຂອງແຜນການສັງລວມການເຊື່ອມຈອດ ອາຊຽນ 2025 (MPAC 2025).

ກອງປະຊຸມໄດ້ຮັບຮູ້ ແລະ ຕີລາຄາສູງຄວາມຄືບໜ້າຢ່າງຕັ້ງໜ້າໃນການຜັນຂະຫຍາຍທັງ 5 ຂົງເຂດຍຸດທະສາດ ແລະ 14 / 15 ຂໍ້ລິເລີ່ມ ຂອງແຜນການສັງລວມການເຊື່ອມຈອດ ອາຊຽນ 2025 (MPAC 2025). 

    

ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງ ຄະນະກຳມະການປະສານງານການເຊື່ອມຈອດອາຊຽນ 

ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທຳອິດໃນປີ 2022 ຂອງ ຄະນະກຳມະການປະສານງານການເຊື່ອມຈອດ ອາຊຽນ (ACCC 1/2022) ຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ ຈາກາຕາ (ອິນໂດເນເຊຍ). ກອງປະຊຸມໄດ້ຮັບຮູ້ ແລະ ຕີລາຄາສູງຄວາມຄືບໜ້າຢ່າງຕັ້ງໜ້າໃນການຜັນຂະຫຍາຍທັງ 5 ຂົງເຂດຍຸດທະສາດ ແລະ 14 / 15 ຂໍ້ລິເລີ່ມ ຂອງແຜນການສັງລວມການເຊື່ອມຈອດ ອາຊຽນ 2025 (MPAC 2025). ໃນເວລາຈະມາເຖິງ, ອາຊຽນຈະສຸມແຫຼ່ງກຳລັງ, ຂົນຂວາຍບັນດາຄູ່ຮ່ວມມືເຂົ້າຮ່ວມການໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການໃນຂົງເຂດຍຸດທະສາດ. ລະອຽດແມ່ນ, ອາຊຽນ ຈະໃຫ້ບຸລິມະສິດຜັນຂະຫຍາຍ ຫຼື ສືບຕໍ່ໝາກຜົນຂອງໂຄງການ ກ່ຽວກັບການຕີລາຄາອະນາຄົດ ຂອງ ພື້ນຖານໂຄງລ່າງແບບຍືນຍົງ ແລະ ບັນດາບຸລິມະສິດຫຼັງໂຄວິດ - 19, ສ້າງ ຖານຂໍ້ມູນ ກ່ຽວກັບເສັ້ນທາງການຄ້າ…

ນອກຈາກນັ້ນ, ນອກຈາກນັ້ນ, ກອງປະຊຸມກໍ່ເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີການໂຄສະນາ, ເຜີຍແຜ່ຂໍ້ມູນໃນວົງກ້ວາງ ກ່ຽວກັບເນື້ອໃນ ແລະ ຜົນປະໂຫຍດຂອງ MPAC 2025, ສືບຕໍ່ຊຸກຍູ້ຍຸດທະສາດສື່ສານຂອງ MPAC 2025 ໃນປີ 2022.

(ແຫຼ່ງຄັດຈາກ VOV)


top