ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ຍາວ​ຢູ່ ລີ​ບີ ຢ່າງ​ຄົບ​ຖ້ວນ

ວັນທີ 15 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍກ່ຽວກັບສະພາບການຢູ່ ລີບີ.

ກອງປະຊຸມອອນລາຍກ່ຽວກັບສະພາບການຢູ່ ລີບີ 

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນຫາທີ່ມີຄວາມກ້າວ ແລະ ສຳຄັນ ຢູ່ ລີບີ, ພິເສດແມ່ນເລື່ອງບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວ ແລະ ຕົກລົງເຫັນດີກ້າວໄປສູ່ການເລືອກຕັ້ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ສຳລັບມາດຕະການທາງການເມືອງຢ່າງຮອບດ້ານ ໂດຍ ຊາວ ລີບີ ເປັນເຈົ້າພາທາງ ແລະ ເປັນເຈົ້າ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລີບີ; ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດບັນດາມາດຕາທີ່ລະບຸໃນຂໍ້ຕົກລົງຢຸດຍິງໄລຍະຍາວໃຫ້ຄົບຖ້ວນ, ຜ່ານນັ້ນ ສ້າງເງື່ອນໄຂສະດວກໃຫ້ວິວັດການຫົວລ້ຽວຫົວຕໍ່ເພື່ອກ້າວໄປສູ່ການເລືອກຕັ້ງ.

 
(ແຫຼ່ງຄັດຈາກ VOV)

top