ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ໂລກ​ແບ່ງ​ປັນພາ​ລະ​ທີ່ໜັກ​ໜ່ວງ ແລະ ​ມີ​ຄວາມຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ຫາ​ຊາວລີ້ໄພ​ຢູ່​ສະ​ພາ​ຄວາມ​ໝັັ້ນ​ຄົງ​​ສະ​ຫະ​ປະ​ຊາ​ຊາດ

ໃນວັນທີ 18 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມທາງອອນລາຍ ຮັບຟັງບົດລາຍງານຂອງທ່ານ Filippo Grandi ຂ້າຫຼວງໃຫຍ່ສະຫະປະຊາຊາດຮັບຜິດຊອບກ່ຽວກັບຊາວລີ້ໄພ.

ອງປະຊຸມທາງອອນລາຍ ຮັບຟັງບົດລາຍງານຂອງທ່ານ Filippo Grandi ຂ້າຫຼວງໃຫຍ່ສະຫະປະຊາຊາດຮັບຜິດຊອບກ່ຽວກັບຊາວລີ້ໄພ 

ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການຖືຊາວລີ້ໄພເປັນໃຈກາງ, ຮ່ວມກັນແບ່ງປັນພາລະທີ່ໜັກໜ່ວງ ແລະ ມີຄວາມຮັບຜິດຊອບເພື່ອຮັບປະກັນຄວາມສຳເລັດກ່ຽວກັບຂະບວນການກັບຄືນບ້ານເກີດເມືອງນອນ ແລະ ສ້າງການເຊືອມຕົວຄືນໃໝ່ ໃຫ້ແກ່ຊາວລີ້ໄພ.

ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ວິທີການສຳຜັດໂດຍລວມ ແລະ ຮອບດ້ານໃນບັນຫາລີ້ໄພ, ໃນນັ້ນການສະກັດກັ້ນການປະທະກັນ, ແກ້ໄຂການປະທະກັນ, ຊຸກຍູ້ການພັດທະນາເສດຖະກິດ ແລະ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງແມ່ນມາດຕະການແບບຍືນຍົງ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ເຂົ້າຮ່ວມການປະທະກັນຈົ່ງພ້ອມກັນມານະພະຍາຍາມ ເພື່ອບັນລຸໄດ້ບັນດາຄຳສັ່ງຢຸດຍິງຍາວນານ ແລະ ສ້າງສະພາບແວດລ້ອມສະດວກເພື່ອມຸ່ງໄປເຖິງບັນດາມາດຕະການດ້ານການເມືອງໃຫ້ແກ່ການປະທະກັນ.

(ແຫຼ່ງຄັດຈາກ VOV)


top