ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ​ດ້ານການ​ເງິນເພື່​ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ ດິນ​ຟ້າ​ອາ​ກາດ

ໂດຍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຫວຽດນາມ ພວມມານະພະຍາຍາມຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ໂດຍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຫວຽດນາມ ພວມມານະພະຍາຍາມຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0 ໃນປີ 2050. 

    

ທ່ານນາງ ເລທິມິງທວາ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ)

ວັນທີ 9 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມຕາມຮູບແບບ Arria ດ້ວຍຫົວຂໍ້ “ປະກອບສ່ວນດ້ານການເງິນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ”, ພາຍໃຕ້ການເປັນປະທານຂອງທ່ານ Sutan Al-Jaber, ທູດພິເສດຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທັງເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີ ຂອງ ສະຫະລັດອາຣັບ ເອມິເລດ -ປະເທດປະທານ ສະພາຄວາມໝັ້ນຄົງ ສປຊປະຈຳເດືອນມີນາ 2022.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ປະຊາຊົນນັບຫຼາຍຫຼ້ານຄົນບໍ່ມີເຮືອນຢູ່, ເຮັດໃຫ້ອາດຊະຍາກຳຂ້າມຊາຍແດນຮ້າຍແຮງຂຶ້ນຕື່ມ, ໂດຍສະເພາະແມ່ນຢູ່ເຂດໄດ້ຮັບຜົນສະທ້ອນຈາກການປະທະກັນ.

ທ່ານນາງ ເລທິມິງທວາ ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຫວຽດນາມ ພວມມານະພະຍາຍາມຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຂົ້າຮ່ວມຄວາມມານະພະຍາຍາມຂອງສາກົນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການເງິນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)


top