ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງໃຫ້ ລັດ​ເຊຍ ແລະ ຢູ​ແກຼນ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່, ແກ້​ໄຂ​ວິ​ກິດ​ການ​ໂດຍ​ສັນ​ຕິ​ວິ​ທີ

“ຫວຽດນາມ ມີຄວາມສົນໃຈ ແລະ ຕິດຕາມສະພາບການຜັນແປຂອງວິິກິດການ ລັດເຊຍ - ຢູແກຼນ ໃນຫວ່າງມໍ່ໆມານີ້ຢ່າງໃກ້ຊິດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຊື່ອມຕໍ່ການເຈລະຈາຄືນໃໝ່, ແກ້ໄຂບັນຫາໂດຍສັນຕິວິທີ, ບົນພື້ນຖານເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ...".

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 6 ຕຸລາ, ເມື່ອສະແດງທັດສະນະຂອງ ຫວຽດນາມ ຕໍ່ເລື່ອງ ລັດເຊຍ ໂຮມ 4 ເຂດດິນແດນຂອງ ຢູແກຼນ ເຂົ້າປະເທດຕົນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ:

“ຫວຽດນາມ ມີຄວາມສົນໃຈ ແລະ ຕິດຕາມສະພາບການຜັນແປຂອງວິິກິດການ ລັດເຊຍ - ຢູແກຼນ ໃນຫວ່າງມໍ່ໆມານີ້ຢ່າງໃກ້ຊິດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຊື່ອມຕໍ່ການເຈລະຈາຄືນໃໝ່, ແກ້ໄຂບັນຫາໂດຍສັນຕິວິທີ, ບົນພື້ນຖານເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ, ພິເສດແມ່ນຫຼັກການເຄົາລົບເຊິ່ງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ. ໂດຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດທະນາການຊຸກຍູ້ການເຈລະຈາຊອກຫາມາດຕະການເພື່ອເຮັດໃຫ້ສະພາບການກັບມາເປັນປົກກະຕິໂດຍໄວ, ເພື່ອສັນຕິພາບຂອງພາກພື້ນ ແລະ ໂລກ.”

(ແຫຼ່ງຄັດຈາກ VOV)

top