ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ ມາ​ລີ ເພີ່ມ​ທະ​ວີ​ການ​ປ່ອງດອງ​ຊາດ, ແກ້​ໄຂ​ຄວາມ​ແຕກ​ໂຕນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ .
ທ່ານ ດັ້ງດິງກຸຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 30 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມ ກ່ຽວກັບສະພາບການ ມາລີ ດ້ວຍການເຂົ້າຮ່ວມຂອງທ່ານ El-Ghassim Wane ຜູ້ຕາງຫນ້າພິເສດ ຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບບັນຫາ ມາລີ. ທ່ານ Wane ຕີລາຄາສູງໝາກຜົນຂອງຄະນະປະຕິບັດງານຂອງ ສະພາຄວາມໝັ້ນຄົງ ເຖິງ ມາລີ ໃນວັນທີ 24 – 25 ຕຸລາ ຜ່ານມາ, ໃນນັ້ນ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງໃຫ້ເຫັນເລື່ອງຖືບົດບາດຂອງຄະນະປະຕິບັດງານຂອງ ສປຊ ຢູ່ ມາລີ (MINUSMA) ເປັນສຳຄັນ ກໍ່ຄືການເສຍສະຫລະຂອງພົນທະຫານຫລາຍຄົນຂອງຄະນະປະຕິບັດງານໃນ 8 ປີ ຜ່ານມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ ແລະ ແກ້ໄຂບັນດາຄວາມແຕກໂຕນຜ່ານການເຈລະຈາ ແລະ ການສະຫນັບສະຫນູນບັນດາຄວາມມານະພະຍາຍາມຂອງ (MINUSMA) ພ້ອມທັງຮຽກຮ້ອງປະຊາຄົມສາກົນ ສືບຕໍ່ຫນູນຊ່ວຍຊາວ ມາລີ, ໃນນັ້ນ ລວມທັງ ການແກ້ໄຂບັນດາສິ່ງທ້າທາຍມະນຸດສະທຳ.

(ແຫຼ່ງຄັດຈາກ VOV)


top