ຂ່າວສານ

ຫວຽດ​ນາມ - ອີ​ຢິບ ຕັ້ງ​ໜ​້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື

ຕອນບ່າຍວັນທີ 11 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Mahmoud Hassan Nayel ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາ.

ຕອນບ່າຍວັນທີ 11 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Mahmoud Hassan Nayel ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາ. 

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ Mahmoud Hassan Nayel ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍຕັ້ງໜ້າຜັນຂະຫຍາຍມາດຕະການຕ່າງໆ ຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ກໍຄື ທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດເພື່ອຊຸກຍູ້ການຮ່ວມມືລະອຽດ. ຜັນຂະຫຍາຍກອງປະຊຸມຄັ້ງທີ 6 ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຢິບ ໃນປີ 2022 ຢ່າງມີປະສິດທິຜົນ; ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ເປັນຕົ້ນແມ່ນ ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຊື້ເຂົ້າສານ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງ ສະໜອງ ແລະ ການຄ້າພາຍໃນ ອີຢິບ, ບົນບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບ ກະຊວງນ້ຳມັນອາຍແກສ ແລະ ແຮ່ທາດ ອີຢິບ. ພ້ອມດຽວກັນນັ້ນ ແມ່ນຊຸກຍູ້ການຮ່ວມມືດ້ານການສຶກສາ, ກໍ່ສ້າງ, ການທ່ອງທ່ຽວ, ກະສິກຳ.

ທ່ານປະທານປະເທດຫງວຽນຊວັນຟຸກ ຫວັງວ່າ ເຖິງວ່າຈະຢູ່ໃນໜ້າທີ່ຕຳແໜ່ງໃດກໍຕາມ ທ່ານເອກອັກຄະລັດຖະທູດ ຍັງສືບຕໍ່ໜູນຊ່ວຍຊຸກຍູ້ການພົວພັນສອງປະເທດ ໃຫ້ນັບມື້ນັບພັດທະນາໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

 

 


    top