ຂ່າວສານ

ຫວຽດ​ນາມ, ອາ​ເມ​ລິ​ກາ ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ວັນທີ 30 ມີນາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໄດ້ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ.
   ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Joe Biden  

ການພົບປະໄດ້ດຳເນີນພາຍຫຼັງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອກເຂົ້າຮ່ວມການໂອ້ລົມສົນທະນາດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ ແລະ ອາເມລິກາ, ຢູ່ວໍຊິງຕັນ, ອາເມລິກາ. ສອງຝ່າຍໄດ້ປຶກສາຫາລືຊຸກຍູ້ການພົວພັນສອງຝ່າຍໃນສະພາບການສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີນີ້. ສອງຝ່າຍກໍ່ເນັ້ນໜັກເຖິງວິທີການເພື່ອແນໃສ່ຊຸກຍູ້ບັນດາເປົ້າໝາຍລວມເພື່ອພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເປີດກວ້າງ, ປອດໄພ, ວັດທະນາຖາວອນ ແລະ ເຊື່ອມໂຍງ. ຫວຽດນາມ ແລະ ອາເມລິກາສ້າງການພົວພັນຄູ່ຮ່ວມມືຮອບດ້ານ ໃນປີ 2013.

ພາຍຫຼັງ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນຫວຽດນາມ - ອາເມລິກາໄດ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ແທດຈິງ ຕາມ 3 ຮູບແບບ ສອງຝ່າຍ, ພາກພື້ນ ແລະ ສາກົນ. ດັ່ງນັ້ນ, ເຈົ້າໜ້າທີ່ສອງປະເທດຈິ່ງໄດ້ເຕື້ອງເຖິງຄວາມສາມາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້ເປັນຫຼາຍຄັ້ງແລ້ວ.


top