ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ບັນ​ຫາ​ເປັນ​ມົນ​ລະ​ພິດ ດີ​ໂອ​ຊິນ

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Aler Grubbs, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳ ຫວຽດນາມ.
ທ່ານຮອງລັດຖະມົນຕີ ຫວຽດນາມ ຮວ່າງຊວັນຈຽນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ຫວຽດນາມ ຮວ່າງຊວັນຈຽນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ USAID ປະຈຳ ຫວຽດນາມ ໃນການຜັນຂະຫຍາຍໂຄງການບຳບັດດີໂອຊິນ ຢູ່ສະໜາມບິນ ບຽນຮວ່າ ຢ່າງມີປະສິດທິຜົນ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຂອງທາດພິດສີສົ້ມ/ດີໂອຊີນຢູ່ບັນດາແຂວງເປັນມົນລະພິດທາດພິດສີສົ່ມຢ່າງໜັກໜ່ວງ; ພິເສດແມ່ນເລື່ອງ USAID ໄດ້ມີສຽງເວົ້າເພື່ອໃຫ້ບັນດາໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມຢູ່ ຫວຽດນາມ ໄດ້ຮັບການຜັນຂະຫຍາຍຄືນໃໝ່ໃນໄລຍະລັດຖະບານ ອາເມລິກາ ສຳຫຼວດກວດຄືນບັນດາການເຄື່ອນໄຫວອຸປະຖຳໃຫ້ແກ່ຕ່າງປະເທດ. ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ສະເໜີໃຫ້ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ບັນດາອົງການທີ່ມີຄວາມຮັບຜິດຊອບ ຂອງ ອາເມລິກາ ສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍບັນດາເອກະສານຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ເຊິ່ງການນຳສອງຝ່າຍໄດ້ຕົກລົງເປັນເອກະພາບຢ່າງມີປະສິດທິຜົນ.

        ໃນນັ້ນ, ສືບຕໍ່ໃຫ້ບຸລິມະສິດລະດົມແຫຼ່ງກຳລັງເພື່ອຍູ້ໄວຄວາມຄືບໜ້າ, ມຸ່ງໄປເຖິງການບຳບັດດິນເປັນມົນລະພິດດີໂອຊິນຢູ່ເຂດສະໜາມບິນ ບຽນຮວ່າ ຢ່າງຂາດຂັ້ນ, ໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາຈຸດຮ້ອນເຮັ່ງໃນບັນຫາມົນລະພິດດີໂອຊິນ ຢູ່ສະໜາມບິນ ຝູກາດ ແລະ ບາງຂົງເຂດອື່ນໆ; ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດໂຄງການໜູນຊ່ວຍປົວແປງຄຸນນະພາບຊີວິດການເປັນຢູ່ຂອງຄົນພິການຢູ່ 8 ແຂວງ ທີ່ຖືກສີດຢາຍທາດພິດສີສົ່ມຢ່າງໜັກໜ່ວງໃຫ້ຮັບປະກັນຄວາມຄືບໜ້າ.


top