ຂ່າວສານ

ຫວຽດ​ນາມ ອາດ​ສາ​ມາດ​ສືບ​ຕໍ່​ນຳ​ໜ້າ​ການ​ເຕີບ​ໂຕ​ຢູ່​ພາກ​ພື້ນ​ໃນ​ໄລ​ຍະ 2026 – 2035

6 ພື້​ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸ​ດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້​ ລວມ​ມີ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ກະ​ໂປ, ໄທ ແລະ ຫວຽດ​ນາມ ອາດ​ສາ​ມາດ​ບັນ​ລຸ​ໄດ້​ການ​ເຕີບ​ໂຕ​ສະ​ເລ່ຍ 4,8%/ປີ ໃນ​ໄລ​ຍະ 10 ປີ, ສິ້ນ​ສຸດ​ໃນ​ປີ 2035.
  (ພາບ​ປະ​ກອບ: VNA)  
ບົດ​ລາ​ຍ​ງານ​ໂດຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ Bain & Company (ອາ​ເມ​ລິ​ກາ), DBS Bank ແລະ Vriens & Partners (ສິງ​ກະ​ໂປ) ປະ​ກາດ​ໃນ​ວັນ​ທີ 16 ກັນ​ຍາ ໃຫ້​ຂໍ້​ສັງ​ເກດ​ວ່າ, 6 ພື້​ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸ​ດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້​ ລວມ​ມີ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ກະ​ໂປ, ໄທ ແລະ ຫວຽດ​ນາມ ອາດ​ສາ​ມາດ​ບັນ​ລຸ​ໄດ້​ການ​ເຕີບ​ໂຕ​ສະ​ເລ່ຍ 4,8%/ປີ ໃນ​ໄລ​ຍະ 10 ປີ, ສິ້ນ​ສຸດ​ໃນ​ປີ 2035. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ ການ​ເຕີບ​ໂຕ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ພາ​ກ​ພື້ນ​ມີ​ການຈັດ​ແບ່ງ​​ຢ່າງ​ຈະ​ແຈ້ງ. ໃນ​ປີ 2024 ແລະ 2025, ຫວຽດ​ນາມ, ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ມີ​ການ​ເຕີບ​ໂຕ​ລື່ນ​ກາຍ​ຄວາມ​ຄາດ​ຫວັງ, ໂດຍ​ໄດ້​ຮັບ​ການ​ໜູນ​ຊວ່ຍ​ຈາກຫຼາຍ​ກຳ​ລັງ​ຜັກ​ດັນງ​ຄື ຄວາມ​ຕ້ອງ​ການ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ (AI), ການ​ສົ່ງ​ອອກ​ສິນ​ຄ້າ​ການ​ຜະ​ລິດ ແລະ ທ່າ​ເພີ່ມ​ຂອງ​ການ​ລົງ​ທຶນ​. ບົດ​ລາຍ​ງານ​ກໍ່​ຖື​ວ່າ ຫວຽດ​ນາມ ອາດ​ສາ​ມາ​ດ​ສືບ​ຕໍ່​ນຳ​ໜ້າ​ການ​ເຕີບ​ໂຕ​ໃນ​ພາກ​ພື້ນ, ໃນ​ຂະ​ນະ​ທີ່ ໄທ​ມີ​ການ​ເຕີ​ບ​ໂຕ​ຊ້າກວ່າ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດທີ່​ຍັງ​ເຫຼືອນັ້ນ.

top