ຂ່າວສານ

ຫວຽດ​ນາມ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ພະ​ລັງ​ງານ

ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນຂະແໜງພະລັງງານທົດແທນ ເປັນຕົ້ນແມ່ນ ພະລັງງານແຮງລົມ, ພະລັງງານແສງອາທິດ ແລະ ໃນອະນາຄົດ ຫວຽດນາມ ອາດຈະກາຍເປັນປະເທດສົ່ງອອກພະລັງງານຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໃນໂລກ.
  ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຮັດວຽກກັບທ່ານ Simon Harford, CEO ຂອງ GEAPP (ພາບ: baotainguyenmoitruong.vn)  

ວັນທີ 8 ພະຈິກ, ຢູ່ Sharm El – Sheikh, ອີຢິບ, ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ: ການເຂົ້າຮ່ວມ COP27, ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດໃນໂລກ ປຶກສາຫາລືເພື່ອສ້າງສຳເລັດບັນດາກົນໄກນະໂຍບາຍເພື່ອລະດົມແຫຼ່ງກຳລັງປະກອບສ່ວນຈາກບັນດາປະເທດພັດທະນາ, ຈັດແບ່ງແຫຼ່ງກຳລັງຢ່າງຈະແຈ້ງ, ຍຸຕິທຳລະຫວ່າງບັນຫາທີ່ກ່ຽວຂ້ອງເຖິງໜ້າທີ່ຮັບມື ເຊິ່ງບັນດາປະເທດພວມພັດທະນາພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພ້ອມທັງປະຕິບັດເປົ້າໝາຍຫຼຸດຜ່ອນກາຍປ່ອຍອາຍພິດເຮືອນແກ້ວ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະມີຄວາມຮັບຜິດຊອບ ແລະ ນຳໜ້າໃນການຫັນປ່ຽນພະລັງງານ, ໄປພ້ອມກັບການປ່ຽນແປງສີຂຽວ ແລະ ຫັນເປັນດີຈີຕອນ.     

“ນີ້ແມ່ນໂອກາດໃຫຍ່ຫຼວງທີ່ສຸດເພື່ອໃຫ້ ຫວຽດນາມ ພົບປະແລກປ່ຽນກັບຫຼາຍອົງການສາກົນແຖວໜ້າໃນໂລກ ເພື່ອຊອກຫາຂໍ້ລິເລີ່ມລະດົມແຫຼ່ງການເງິນ, ໜູນຊ່ວຍໃຫ້ແກ່ ຫວຽດນາມ. ໃນຂອບເຂດກອງປະຊຸມ COP27, ພວກເຮົາພວມສືບຕໍ່ແລກປ່ຽນກັບບັນດາຄູ່ຮ່ວມມືຈາກບັນດາປະເທດ G7 ແລະ G7 ເປີດກວ້າງ, ເພື່ອປຶກສາຫາລືກ່ຽວກັບບັນຫາຫັນປ່ຽນພະລັງງານຍຸຕິທຳ, ຊ່ວຍ ຫວຽດນາມ ຍາດແຍ່ງເອົາບັນດາກາລະໂອກາດ, ພິເສດແມ່ນກ່ຽວກັບດ້ານການເງິນບຸລິມະສິດ, ຖ່າຍທອດເຕັກໂນໂລຢີ, ລະດົມບັນດານັກລົງທຶນທີ່ມີກຳລັງຄວາມສາມາດໃນຂົງເຂດນີ້, ເພື່ອປະຕິບັດຄຳໝັ້ນສັນຍາ NetZero ໃຫ້ໄດ້.”

ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນຂະແໜງພະລັງງານທົດແທນ ເປັນຕົ້ນແມ່ນ ພະລັງງານແຮງລົມ, ພະລັງງານແສງອາທິດ ແລະ ໃນອະນາຄົດ ຫວຽດນາມ ອາດຈະກາຍເປັນປະເທດສົ່ງອອກພະລັງງານຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໃນໂລກ.


top