ຂ່າວສານ

ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ກ່​ວາ

ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.

ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.

    

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: nld.com.vn)

ປັດຈຸບັນ, ບັນຫາຮັບປະກັນສິດທິມະນຸດພວມນັບມື້ນັບມີຄວາມຈຳເປັນຕໍ່ໜ້າສະພາບການໂລກ ເຕັມໄປດ້ວຍການຜັນແປດ້ວຍສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ເຊິ່ງພວມກໍ່ຜົນກະທົບຕໍ່ທຸກປະເທດ, ຊົນຊາດ. ກໍ່ຄືກັບຫຼາຍປະເທດໃນໂລກ, ນັບແຕ່ປີ 2020 ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນສະທ້ອນຢ່າງຮ້າຍແຮງຕໍ່ທຸກດ້ານຂອງຊີວິດສັງຄົມ ແລະ ມີຜົນກະທົບຫຼາຍດ້ານຕໍ່ຄວາມສາມາດຊົມໃຊ້ສິດທິມະນຸດ ແລະ ກໍ່ຜົນກະທົບຢ່າງແຮງຕໍ່ຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ໃນການຮັບປະກັນສິດທິມະນຸດຂອງປະຊາຊົນ. ໃນຂະນະນັ້ນ, ການໃຊ້ຄວາມຮຸນແຮງ ແລະ ການປະທະກັນເພີ່ມຂຶ້ນ, ບໍ່ພຽງແຕ່ນາບຂູ່ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາເທົ່ານັ້ນ ຫາກຍັງກີດຂວາງຄວາມສາມາດໃນການຟື້ນຟູເສດຖະກິດໂລກອີກດ້ວຍ.

        ໃນສະພາບການດັ່ງກ່າວນີ້, ຍາມໃດ ຫວຽດນາມ ກໍ່ຢຶດໝັ້ນຕໍ່ແຜນນະໂຍບາຍລຸລ່ວງ, ສະເໝີຕົ້ນສະເໝີປາຍຂອງຕົນກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຄີຍເນັ້ນໜັກວ່າ: “ບໍ່ເອົາການໜູນຊ່ວຍສັງຄົມ, ສິ່ງແວດລ້ອງ, ຄວາມກ້າວໜ້າ ແລະ ຄວາມສະເໝີພາບ ໄປແລກເອົາການເຕີບໂຕເສດຖະກິດ”, ຫຼື “ການເບິ່ງແຍງດູແລໃຫ້ແກ່ປະຊາຊົນເກືອບ 100 ລ້ານຄົນ ໄດ້ກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ, ມີປະຊາທິປະໄຕ, ມີການດຳລົງຊີວິດຢ່າງສະຫງົບສຸກ, ມີຄວາມໝັ້ນຄົງ, ມີຄວາມປອດໄພນັ້ນ ແມ່ນສິ່ງສຳຄັນທີ່ສຸດ”. ຕາມຄວາມຈິງແຕ່ເມື່ອກ່ອນຈົນມາຮອດປັດຈຸບັນ, ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຍາມໃດກໍ່ຖືເປັນບັນຫາຈຸດສຸມໃນລັດຖະທຳມະນູນ, ກົດໝາຍ ແລະ ໃນຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ບົນພື້ນຖານນະໂຍບາຍທີ່ສະເໝີຕົ້ນສະເໝີປາຍນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍພັນທະ ແລະ ຄຳໝັ້ນສັນຍາສາກົນໃນຂົງເຂດສິດທິມະນຸດຢ່າງເຂັ້ມງວດ, ໃນນັ້ນມີການສົ່ງເສີມຕາມກົນໄກສຳຫຼວດກວດກາປະຈຳໄລຍະ (UPR). ສຳລັບໂລກລະບາດໂຄວິດ - 19, ຫວຽດນາມ ກຳນົດວຽກງານປ້ອງກັນ. ຕ້ານໂລກລະບາດໂຄວິດ - 19 ເປັນໜ້າທີ່ຈຸດສຸມ, ເປັນບູລິມະສິດແຖວໜ້ານັ້ນແມ່ນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ.

ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈ ຂອງປະຊາຊົນ, ໄລ່ຮອດວັນທີ 8 ມີນາ, ພາຍຫຼັງການຜັນຂະຫຍາຍບັ້ນສັກວັກຊິນກັນໂຄວິດ - 19 ໃນຂອບເຂດທົ່ວປະເທດມາໄດ້ 1 ປີ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ປະຊາຊົນເກືອບ 198,3 ລ້ານໂດສແລ້ວ ແລະ ກາຍເປັນໜຶ່ງໃນ 6 ປະເທດມີອັດຕາສັກວັກຊິນຢູ່ລະດັບສູງທີ່ສຸດໃນໂລກ. ຕົວເລກນີ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມໃນການຍູ້ໄວການສັກວັກຊິນກັນໂຄວິດ - 19, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19, ຜ່ານນັ້ນສາມາດຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ ແລະ ນຳປະເທດຄ່ອຍໆກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ. ກ່ຽວກັບດ້ານເສດຖະກິດ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກພະຍາດໂຄວິດ - 19, ການເຕີບໂຕດ້ານເສດຖະກິດ ຂອງ ຫວຽດນາມ ບັນລຸໄດ້ 2,58%ໃນປີ 2021 ແລະ ທະນາຄານໂລກຄາດຄະເນວ່າ ອາດຈະກັບຄືນສູ່ລະດັບແຕ່ 6,5 – 7% ນັບແຕ່ປີ 2022 ເປັນຕົ້ນໄປ. ໃນສະພາບການໂລກພວມຄ່ອຍໆເປີດປະຕູ, ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ຫວຽດນາມ ກໍ່ກຳນົດເດີນຕາມວິວັດທະນາການຟື້ນຟູຂຽວ ແລະ ກວມລວມ, ຮັບປະກັນວິວັດການເຕີບໂຕຢ່າງຮອບດ້ານ ແລະ ຍືນຍົງ, ຜ່ານນັ້ນກໍ່ສ້າງສັງຄົມທີ່ມີຄວາມສະເໝີພາບໃຫ້ແກ່ທຸກໆຄົນ, ຖືປະຊາຊົນເປັນໃຈກຳ, ເປັນເຈົ້າຂອງ, ເປົ້າໝາຍ ແລະ ເປັນກຳລັງໜູນຂອງການພັດທະນາ.

        ຢັ້ງຢືນຄຸນຄ່າເຊິ່ງ ຫວຽດນາມ ຍາມໃດກໍ່ສູ້ຊົນນຳມາໃຫ້ປະຊາຊົນປະເທດຕົ້ນັ້ນແມ່ນຄຸນຄ່າ ເຊິ່ງ ສປຊ ໃຫ້ຄຳໝັ້ນສັນຍາວ່າ ຈະນຳມາໃຫ້ມວນມະນຸດ, ຫວຽດນາມ ໄດ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ (UNHRC) ອາຍຸການ 2023 – 2025 ແລະ ອາຊຽນໄດ້ສະໜັບສະໜູນໃຫ້ເປັນຜູ້ອອກສະໝັກເລືອກຕັ້ງໜຶ່ງດຽວຂອງ ອາຊຽນໃຫ້ແກ່ອາຍຸການນີ້. ຢູ່ກອງປະຊຸມປະຈຳປີຄັ້ງທີ 49 ຂອງສະພາສິດທິມະນຸດ ສປຊ ທີ່ຜ່ານມາ, ທ່ານບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຄວາມຫວັງຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຮັບປະກັນສິດທິມະນຸດ ໃຫ້ແກ່ປະຊາຊົນໝົດທຸກຄົນໃນໂລກ ຜ່ານການອອກສະໝັກເລືອກຕັ້ງເປັນສະມາຊິກ. ຕາມທ່ານລັດຖະມົນຕີ ບຸຍແທັງເຊີນແລ້ວ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອຊຸກຍູ້ບັນດາຫຼັກການຂອງ ກົດບັດສປຊ ແລະ ກົດໝາຍສາກົນ, ເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວຂອງ ສະພາສິດທິມະນຸດຜ່ານການເຈລະຈາ, ການຮ່ວມມື ແລະ ການເຄົາລົບນັບຖືເຊິ່ງກັນແລະກັນ.

        ໂດຍມີຄວາມເອົາໃຈໃສ່ຕໍ່ການຮັບປະກັນສິດທິມະນຸດຢ່າງຮອບດ້ານໃນທຸກແງ່ມູນ, ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການປົກປ້ອງສິດຂອງກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຮັບປະກັນສິດທິມະນຸດ ໃນການແກ້ໄຂບັນຫາທົ່ວໂລກ, ເປັນຕົ້ນແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ຫວຽດນາມ ເຄີຍເປັນສະມາຊິກຂອງສະພາສິດທິມະນຸດສປຊ ອາຍຸການ 2014 – 2016 ດ້ວຍຂໍ້ລິເລີ່ມ, ຂີດໝາຍທີ່ຕັ້ງໜ້າຫຼາຍຢ່າງ. ເດັດດ່ຽວ, ສະເໝີຕົ້ນສະເໝີປາຍຕໍ່ທິດນຳທີ່ຖືປະຊາຊົນເປັນໃຈກາງໃນລັດຖະນະໂຍບາຍ, ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມພ້ອມກັບປະຊາຄົມສາກົນສ້າງອະນາຄົດທີ່ສວຍງາມໃຫ້ເປັນຮູບປະທຳ ເຊິ່ງໃນນັ້ນມີສິດທິມະນຸດໄດ້ຮັບການຮັບປະກັນຢ່າງຮອບດ້ານໃນທຸກແງ່ມູມ.

(ແຫຼ່ງຄັດຈາກ VOV)


top