ຂ່າວສານ

ຫວຽດ​ນາມ - ສ.ເກົາຫຼີ ຊຸກ​ຍູ້​​ການ​ພົວ​ພັນ​ ຢ່າງ​ແຮງ ແລະ ແທດ​ຈິງ

ທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ກຳລັງພິຈາລະນາເພີ່ມໂຄຕາແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫຼີຕື່ມອີກ.

ທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ກຳລັງພິຈາລະນາເພີ່ມໂຄຕາແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫຼີຕື່ມອີກ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານທາງການທູດ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະ ຢາກຊຸກຍູ້ການພົວພັນຮ່ວມມືສອງຝ່າຍຢ່າງແຮງ ແລະ ແທດຈິງກ່ວານີ້ອີກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສ.ເກົາຫຼີ ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວຢ້ຽມຢາມຂັ້ນສູງ, ການທູດປະຊາຊົນໃຫ້ເປັນຢ່າງດີສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ໄດ້ມີວຽກເຮັດງານທຳ, ດຳລົງຊີວິດເປັນປົກກະຕິຢູ່ສ.ເກົາຫຼີ; ສືບຕໍ່ແບ່ງປັນແລະສະໜັບສະໜູນ ຫວຽດນາມຢູ່ເວທີປາໄສສາກົນ; ສະໜັບສະໜູນທັດສະນະຂອງອາຊຽນກ່ຽວກັບທະເລຕາເວັນອອກ.

ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ກຳລັງພິຈາລະນາເພີ່ມໂຄຕາແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫຼີຕື່ມອີກ. ທ່ານເອກອັກຄະລັດຖະທູດຫວັງວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ສ.ເກົາຫຼີເປີດກວ້າງການຮ່ວມມືໃນຂົງເຂດທີ່ເໝາະສົມກັບສະໄໝອຸດສາຫະກຳ 4.0 ຄືເສດຖະກິດດີຈີຕອນ, ຫັນປ່ຽນພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)


top