ຂ່າວສານ

ຫວຽດ​ນາມ ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ແກ່​ການ​ສົນ​ທະ​ນາ ແລະ ເຈ​ລະ​ຈາ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ຍັງສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນ 10 ເດືອນຕົ້ນປີ 2021. 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: vov.vn)

ວັນທີ 30 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳໄລຍະກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ, ລວມທັງບັນຫາ ປາແລັດສະຕິນ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ຍັງສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນ 10 ເດືອນຕົ້ນປີ 2021. ທ່ານເອກອັກຄະລັດຖະທູດ ຫວຽດນາມ ໄດ້ຢ້ຳຄືນເລື່ອງ ອິດສະຣາແອັນ ສືບຕໍ່ເປີດກວ້າງເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ລວມທັງຢູ່  ເຈລູຊາແລມ ຕາເວັນອອກ ແມ່ນການກະທຳລະເມີດກົດໝາຍສາກົນ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງຂອງ ສປຊ. ຫວຽດນາມ ຊົມເຊີຍຖະແຫຼງການຫວ່າງມໍ່ໆມານີ້ ແລະ ຄວາມມານະພະຍາຍາມຂອງກຸ່ມ 4 ປະເທດ ຄະນະກຳມະການປະສານງານໃນການອຸປະຖຳໃຫ້ ປາແລັດສະຕິນ (AHLC) ທີ່ແນໃສ່ຊຸກຍູ້ມາດຕະການສອງລັດ ແລະ ໜູນຊ່ວຍລັດຖະບານ ປາແລັດສະຕິນ ຕໍ່ໜ້າສະພາບການດ້ານການເງິນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນປັດຈຸບັນ. ຫວຽດນາມ ກໍສົ່ງເສີມການເຄື່ອນໄຫວແລກປ່ຽນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອສ້າງເງື່ອນໄຂສະດວກແກ່ການສົນທະນາ ແລະ ເຈລະຈາ.

(ແຫຼ່ງຄັດຈາກ VOV)


top