ຂ່າວສານ

ຫວຽດ​ນາມ ສຸມ​​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ

ລາຍການຊົມເຊີຍວັນຫັນເປັນດີຈີຕອນແຫ່ງຊາດປີ 2025 ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ: ໄວກວ່າ - ມີປະສິດທິຜົນກວ່າ - ໃກ້ຊິດກັບປະຊາຊົນກວ່າ”, ໄດ້ດຳເນີນໃນຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເຊີດຊູບັນດາໝູ່ຄະນະດີເດັ່ນໃນການຫັນເປັນດີຈີຕອນ (ພາບ: VOV)

ພາຍຫຼັງ 5 ປີຜັນຂະຫຍາຍ, ໄລ່ຮອດປັດຈຸບັນໂຄງການຫັນເປັນດີຈີຕອນແຫ່ງຊາດບັນລຸໄດ້ບັນດາໝາກຜົນສຳຄັນ. ພື້ນຖານໂຄງລ່າງດີຈີຕອນພັດທະນາຢ່າງແຮງ, ເຄືອຂ່າຍໂທລະຄົມມະນາຄົມຄວາມໄວສູງໄດ້ປົກຄຸມກວ່າ 99% ຈຳນວນໝູ່ບ້ານໃນທົ່ວປະເທດ; ລະດັບຄວາມໄວຂອງອິນເຕີເນັດຢືນອັນດັບທີ 20 ໃນໂລກ. ຕາມການຕີລາຄາຈັດອັນດັບຂອງ ສປຊ, ລັດຖະບານດີຈີຕອນ ຫວຽດນາມ ໄດ້ເພີ່ມຂຶ້ນ 15 ຂັ້ນ ເມື່ອທຽບໃສ່ ປີ 2022. ໂຄງການຫັນເປັນດີຈີຕອນ ກໍໄດ້ປະກອບສ່ວນຢ່າງແຮງເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ. ປັດຈຸບັນ, ເສດຖະກິດດີຈີຕອນກວມເອົາປະມານ 14 – 15% GDP ແລະ ພວມມຸ່ງໄປເຖິງເປົ້າໝາຍ 20% GDP ໃນປີນີ້. ເມື່ອກ່າວຄຳເຫັນໃນລາຍການດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເນັ້ນໜັກວ່າ:

"ຕ້ອງສຸມແຫຼ່ງກຳລັງລົງທຶນໃຫ້ແກ່ພື້ນຖານໂຄງລ່າງດີຈີຕອນ, ໃນນັ້ນ ເອົາໃຈໃສ່ເຖິງທັງພື້ນຖານໂຄງລ່າງແຂງ, ບັນດາສູນຂໍ້ມູນ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ ກໍຄື: ພື້ນຖານໂຄງລ່າງອ່ອນ, ຄືບັນດາພຼາດຟອມດີຈີຕອນ, ຖານຂໍ້ມູນຂ່າວສານແຫ່ງຊາດ. ຍູ້ແຮງການການຄຸ້ມຄອງບັດປະຈຳຕົວດີຈີຕອນຢ່າງທົ່ວເຖິງ. ສູ້ຊົນຮອດປີ 2026, 100% ຜູ້ເຖິງກະສຽນອາຍຸມີລະຫັດດີຈີຕອນ, ບັນຊີການບໍລິການສາທາລະນະ.”


top