ຂ່າວສານ

ຫວຽດ​ນາມ ສຸມ​ໃສ່​ການ​​ຫັນ​ປ່ຽນ​ພະ​ລັງ​ງານ ຮັບ​ປະ​ກັນ​ກວມ​ລວມ, ຍືນ​ຍົງ, ຮອບ​ດ້ານ

ຫວຽດນາມ ຊົມເຊີຍ, ສົ່ງເສີມແຜນການ, ແນວຄວາມຄິດລົງທຶນເຂົ້າໃນໂຄງການພະລັງງານທົດແທນ, ພະລັງງານສະອາດຂອງກຸ່ມບໍລິສັດ AES ພ້ອມດ້ວຍບັນດາຄູ່ຮ່ວມມືທີ່ມີກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງຢູ່ ຫວຽດນາມ, ສອດຄ່ອງກັບຂໍ້ກຳນົດກົດໝາຍ ແລະ ການກຳນົດທິດພັດທະນາພະລັງງານຂອງ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Juan Ignacio Rubiolo, ຮອງປະທານຜູ້ປະຈຳການກຸ່ມບໍລິສັດ ພະລັງງານ AES (ພາບ: VGP)  

ຕອນບ່າຍວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Juan Ignacio Rubiolo, ຮອງປະທານຜູ້ປະຈຳການກຸ່ມບໍລິສັດ ພະລັງງານ AES (ອາເມລິກາ). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາພະລັງງານໄຟຟ້າຢູ່ ຫວຽດນາມ ພ້ອມທັງສະເໜີໃຫ້ບັນດາຄູ່ຮ່ວມມືພັດທະນາ ຈົ່ງໜູນຊ່ວຍ ຫວຽດນາມ ໃນວິວັດທະນາການຫັນປ່ຽນພະລັງງານຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ຍືນຍົງ ແລະ ກວມລວມ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຊົມເຊີຍ, ສົ່ງເສີມແຜນການ, ແນວຄວາມຄິດລົງທຶນເຂົ້າໃນໂຄງການພະລັງງານທົດແທນ, ພະລັງງານສະອາດຂອງກຸ່ມບໍລິສັດ AES ພ້ອມດ້ວຍບັນດາຄູ່ຮ່ວມມືທີ່ມີກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງຢູ່ ຫວຽດນາມ, ສອດຄ່ອງກັບຂໍ້ກຳນົດກົດໝາຍ ແລະ ການກຳນົດທິດພັດທະນາພະລັງງານຂອງ ຫວຽດນາມ.

ທ່ານ Juan Ignacio Rubiolo ໃຫ້ຮູ້ວ່າ AES ມີຄວາມຫວັງຢ່າງໃຫຍ່ຫຼວງຕໍ່ກຳລັງບົ່ມຊ້ອນພັດທະນາຂອງຫວຽດນາມ ແລະ ກາລະໂອກາດ, ລົງທຶນ, ດຳເນີນທຸລະກິດຢູ່ທີ່ນີ້ ດ້ວຍຄວາມມານະພະຍາຍາຍາມ, ມາດຕະການຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ໃນນັ້ນການສ້າງຂໍ້ກຳນົດທົດລອງກົນໄກສັນຍາ ຊື້ - ຂາຍໄຟຟ້າໂດຍກົງ (DPPA); ຢັ້ງຢືນ AES ຈະສືບຕໍ່ລົງທຶນຍາວນານ ດ້ວຍຄວາມຫວັງວ່າ ຈະກາຍເປັນຄູ່ຮ່ວມມືທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ເພື່ອໃຫ້ ຫວຽດນາມ  ປະຕິບັດເປົ້າໝາຍຫຼຸດການສົ່ງອາຍພິດປ່ອຍອາຍພິດລົງເປັນສູນ ໃນປີ 2050, ປະກອບສ່ວນກໍ່ສ້າງປະເທດຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ ດ້ວຍພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ໃນນັ້ນ  ເປັນເຈົ້າທາງດ້ານແຫ່ງພະລັງງານ.


top