ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ພາ​ລະ​ກຳ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນຕິ​ພາບ ສ​ະ​ຫະ​ປະ​ຊາ​ຊາດ

ວັນທີ 27 ເມສາ, ເປັນຄັ້ງທຳອິດທີ່ ຫວຽດນາມ ແຕ່ງຕັ້ງກອງທະຫານຊ່າງແສງໄປປະຕິບັດໜ້າທີ່ຢູ່ ຄະນະປ້ອງກັນຄວາມສະຫງົບຊົ່ວຄາວ ຂອງ ສປຊ ປະຈຳ Abyei - ເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ເຊິ່ງເອີ້ນຫຍໍ້ວ່າ ຄະນະ UNISFA). ເຫດການດັ່ງກ່າວໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ ແລະ ສຳຄັນຂອງ ຫວຽດນາມ ໃນຂົງເຂດເຂົ້າຮ່ວມຮັກສາສັນຕິພາບ ສປຊ.

ວັນທີ 27 ເມສາ, ເປັນຄັ້ງທຳອິດທີ່ ຫວຽດນາມ ແຕ່ງຕັ້ງກອງທະຫານຊ່າງແສງໄປປະຕິບັດໜ້າທີ່ຢູ່ ຄະນະປ້ອງກັນຄວາມສະຫງົບຊົ່າວ ຂອງ ສປຊ ປະຈຳ Abyei - ເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ເຊິ່ງເອີ້ນຫຍໍ້ວ່າ ຄະນະ UNISFA). ເຫດການດັ່ງກ່າວໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ ແລະ ສຳຄັນຂອງ ຫວຽດນາມ ໃນຂົງເຂດເຂົ້າຮ່ວມຮັກສາສັນຕິພາບ ສປຊ.

ພະນັກງານ, ທະຫານຊ່າງແສງ ຫວຽດນາມ 184 ຄົນ ພ້ອມດ້ວຍກຳລັງຍຸດທະພັນປະມານ 2.000 ກວ່າໂຕນ ໄດ້ ແລະ ກຳລັງເດີນທາງໄປຍັງຄະນະ Abyei ປະຕິບັດໜ້າທີ່ສາກົນ. ເຂດ Abyei ແມ່ນຄະນະໃໝ່ ແຕ່ແມ່ນຄະນະທີ 3 ເຊິ່ງ ຫວຽດນາມ ຜັນຂະຫຍາຍກຳລັງເຂົ້າຮ່ວມການຮັກສາສັນຕິພາບ.

    

ພະນັກງານ, ທະຫານຊ່າງແສງ ຫວຽດນາມ 184 ຄົນ ພ້ອມດ້ວຍກຳລັງຍຸດທະພັນປະມານ 2.000 ກວ່າໂຕນ ໄດ້ ແລະ ກຳລັງເດີນທາງໄປຍັງຄະນະ Abyei ປະຕິບັດໜ້າທີ່ສາກົນ

ຜັນຂະຫຍາຍກອງກຳລັງທະຫານດ້ວຍຂອບຂະໜາດໃຫຍ່

ພາຍຫຼັງ 8 ປີ, ເຊິ່ງເປັນຄັ້ງທຳອິດ ທີ່ ຫວຽດນາມ ຜັນຂະຫຍາຍກອງກຳລັງທະຫານດ້ວຍຂອບຂະໜາດໃຫຍ່ໄປປະຕິບັດໜ້າທີ່ສາກົນ. ການຜັນຂະຫຍາຍກຳລັງດ້ວຍຈຳນວນຫຼາຍຄືແນວນີ້ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ, ຕ່າງກັບການສົ່ງສ່ວນບຸກຄົນໄປເຄື່ອນໄຫວແບບເອກະລາດ ຫຼື ຂອບຂະໜາດນ້ອຍຄືໂຮງໝໍກາງສະໜາມຂັ້ນ 2.

ເພື່ອປະຕິບັດໜ້າທີ່ພິເສດນີ້, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີການກະກຽມຢ່າງລອບຄອບຖີ່ຖ້ວນ, ຮູບກອງກຳລັງທະຫານຕອບສະໜອງໄດ້ທຸກເງື່ອນໄຂກ່ຽວກັບດ້ານວິຊາຄວາມຮູ້, ສຸຂະພາບ, ກຳລັງຄວາມສາມາດ, ລະດັບພາສາອັງກິດ ແລະ ຄວາມສາມາດຮ່ວມມືສາກົນ. ສິ່ງດັ່ງກ່າວໄດ້ຮັບການຕີລາຄາສູງຈາກຄະນະສຳຫຼວດກວດກາຂອງ ສປຊ ເມື່ອມາກວດກາຢູ່ ຫວຽດນາມ. ພາຍຫຼັງການກວດກາ ແລ້ວເຫັນໄດ້ເຖິງກຳລັງຄວາມສາມາດຂອງທະຫານຊ່າງແສງ ຫວຽດນາມ, ດ້ວຍເຄື່ອງອຸປະກອນທີ່ມີຢູ່ແລ້ວ ແລະ ກຳລັງຄວາມສາມາດບັງຄັບຍານພະຫະນະ, ໃນຈຳນວນ 15 ກອງທະຫານຊ່າງແສງທີ່ມາຈາກບັນດາປະເທດອື່ນໆ, ເຂົາເຈົ້າໄດ້ເລືອກ ຫວຽດນາມ. ທ່ານພົນຕີ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ:

“ກອງທະຫານຊ່າງແສງຂອງ ຫວຽດນາມ ໄດ້ກະກຽມມາເປັນເວລາ 5 ປີ. ກ່ຽວກັບບຸກຄະລາກອນລ້ວນແຕ່ແມ່ນນັກວິສະວະກອນ, ນັກຊ່ຽວຊານກ່ຽວກັບເຄື່ອງຈັກ, ແມ່ນຊ່າງກໍ່ສ້າງລະດັບສູງທີ່ໄດ້ຄັດເລືອກມາຈາກ 12 ກົມກອງ ເພື່ອມາຜັນຂະຫຍາຍການຝຶກອົບຮົມ ແລ້ວຈຶ່ງເຂົ້າຮ່ວມໃນຄັ້ງນີ້. ດ້ວຍກຳລັງຄວາມສາມາດ ເຊິ່ງທິມງານກວດກາລ່ວງໜ້າຂອງ ສປຊ ໄດ້ກວດກາມາ, ເຂົາເຈົ້າເຫັນວ່າ ກອງທະຫານຊ່າງແສງ ຂອງ ຫວຽດນາມ ແມ່ນກົມກອງທີ່ພົ້ນເດັ່ນທີ່ສຸດໃນ ຈຳນວນ 15 ກົມກອງທີ່ມີຄວາມປາດຖະໜາຢາກໄປຜັນຂະຫຍາຍຢູ່ UNISFA”.

ຜ່າຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ

ເລື່ອງພະນັກງານ, ນັກຮົບ ຫວຽດນາມ ທີ່ມີກຳລັງຄວາມສາມາດຢ່າງພຽງພໍ ແລະ ຕອບສະໜອງໄດ້ຄຳຮຽກຮ້ອງຕ້ອງການຂອງ ສປຊ ແມ່ນຍ້ອນມີວິວັດທະນາການກະກຽມ, ພິເສດ, ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດ ຫວຽດນາມ, ອົງຄະນະພັກການທະຫານສູນກາງ ໄດ້ສ້າງເງື່ອນໄຂເພື່ອໃຫ້ກຳລັງທະຫານຊ່າງແສງປະກອບອາວຸດ, ອຸປະກອນຕ່າງໆໃຫ້ເປັນຢ່າງດີເພື່ອຮັບໃຊ້ໃຫ້ແກ່ໜ້າທີ່. ທ່ານພົນຕີ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

“ແຫຼ່ງກຳລັງທີໜຶ່ງ, ຫວຽດນາມ ເອົາອຸປະກອນທີ່ມີຢູ່ແລ້ວຂອງກະຊວງປ້ອງກັນປະເທດ, ແຫຼ່ງທີ ສອງແມ່ນ ຫວຽດນາມ ໄດ້ດັດແປງພາຫະນະ, ອຸປະກອນຈຳນວນໜຶ່ງໃຫ້ເໝາະສົມກັບມາດຕະຖານຂອງ ສປຊ. ແຫຼ່ງກຳລັງທີ 3 ແມ່ນ ຊື້ເຄື່ອງອຸປະກອນໃໝ່ຈາກຕ່າງປະເທດ. ດ້ວຍ 3 ແຫຼ່ງກຳລັງດັ່ງກ່າວ, ຫວຽດນາມ ຕອບສະໜອງໄດ້ຂໍ້ສະເໜີຂອງ ສປຊ ສຳລັບກອງທະຫານຊ່າງແສງຂອງ ຫວຽດນາມ ດ້ວຍ  2 ໜ້າທີ່ຫຼັກ. ນັ້ນແມ່ນສ້າງຂົວ, ບັກ, ທ່ານ້ຳ, ທ່າກ່ຳປັ່ນ, ສະໜາມບິນ ຫຼື ເຮັດຕູບໃຫ້ແກ່ກຳລັງຊາວລີ້ໄພ, ຂຸດເຈາະນ້ຳສ້າງ ຮັບໃຊ້ຊີວິດການເປັນຢູ່ຂອງຊາວລີ້ໄພຢູ່ເຂດຊາຍແດນ. ໜ້າທີ່ທີ 3 ແມ່ນກໍ່ສ້າງເຮືອນຫຼາຍຊັ້ນ, ຄ້າຍສູ້ຮົບຕາມຂໍ້ສະເໜີຂອງ ສປຊ”.

ສ້າງຂີດາຍແກ່ໄລຍະໃໝ່, ເຊື່ອມໂຍງເຂົ້າກັບສາກົນໃນການປ້ອງກັນຊາດຫຼາຍຝ່າຍ

ໃນວິວັດທະນາການ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບສາກົນ, ເລື່ອງກອງທັບ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ສ້າງຂີດໝາຍແກ່ໄລຍະເຕີບໃຫຍ່ທີ່ສຳຄັນ.

ປັດຈຸບັນ, ຫວຽດນາມ  ມີນາຍທະຫານ 4 ຄົນ ໄດ້ຮັບການແຕ່ງຕັ້ງຈາກ ສປຊ ໃຫ້ເປັນຜູ້ແທນ ເພື່ອແກ້ໄຂບັນດາບັນຫາ. ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງ 9 ສະບັບກັບຄູ່ຮ່ວມມືສາກົນ. ຜົນສຳເລັດຢູ່ໃນການຮັກສາສັນຕິພາບ ສປຊ ໄດ້ສົ່ງຜົນກະທົບຕໍ່ພາບພົດຂອງ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ. ຮູບພາບທະຫານລຸງໂຮ່ ຢູ່ບັນດາປະເທດ ອາຟະລິກາ ໄດ້ວາດພາບກ່ຽວກັບຮູບພາບທີ່ສວຍງາມ, ວັດທະນະທຳມະນຸດຂອງຊາວ ຫວຽດນາມ, ຂອງພື້ນຖານວັດທະນະທຳ ຫວຽດນາມ “ຮູ້ໜ້າຮູ້ຫຼັງ” ທີ່ມີຕໍ່ບັນດາປະເທດ ອາຊີ - ອາຟະລິກາ - ອາເມລິກາ ລາຕິນ, ບັນດາປະເທດທີ່ເຄີຍໃຫ້ການໜູນຊ່ວຍ ຫວຽດນາມ ໃນບັ້ນຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ.

ໃນໄລຍະຈະມາເຖິງ, ຫວຽດນາມ ຈະຂະຫຍາຍກຳລັງ, ສະເພາະແຕ່ຂະແໜງເສນາຮັກ, ທະຫານຊ່າງແສງ ຫຼື ນາຍທະຫານທີ່ເຄື່ອນໄຫວແບບເອກະລາດເທົ່ານັ້ນ ຫາກຍັງຈະຂະຫຍາຍກຳລັງທະຫານບົກ, ກຳລັງຄວບຄຸມການທະຫານ, ຕຳຫຼວດ, ພົນລະເຮືອນ… ຕື່ມອີກ. ສິ່ງດັ່ງກ່າວ ໄດ້ຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນຂົງເຂດພົວພັນຕ່າງປະເທດໃນດ້ານປ້ອງກັນຊາດ ຫຼື ຮ່ວມມືສາກົນ ເທົ່ານັ້ນ ຫາກຍັງນຳຄວາມຮູ້ກ່ຽວກັບການທະຫານ, ປະສົບການໃນການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດໃນເມື່ອກ່ອນໄປໝູນໃຊ້ໃນໄລຍະພັດທະນາໃໝ່, ເຊື່ອມໂຍງເຂົ້າກັບສາກົນໃນສະພາບແວດລ້ອມຫຼາຍຝ່າຍນຳອີກ./.

(ແຫຼ່ງຄັດຈາກ VOV)


top