ຂ່າວສານ

ຫວຽດ​ນາມ ສິ້ນ​ສຸດ​ອາ​ຍຸ​ການ​ກຳ​ມະ​ການ​ບໍ່​ຖາ​ວອນ​ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021

ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ວິທີການສຳຜັດຖືມະນຸດເປັນໃຈກາງ ໃນການຊອກຫາວິທີການແກ້ໄຂແບບຍືນຍົງ ແລະ ສົມເຫດສົມຜົນ ເພື່ອແນໃສ່ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ແກ້ໄຂຄວາມສົນໃຈລວມຂອງທົ່ວໂລກ ກໍ່ຄືຊຸກຍູ້ນະໂຍບາຍມະນຸດສະທຳ ຕໍ່ກຸ່ມຄົນທີ່ມີຄວາມສ່ຽງ.
ພິທີຫຼຸດທຸງຊາດລົງ ສ້າງຂີດໝາຍສິ້ນສຸດ ອາຍຸການ

ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ແລ້ວ, ວັນທີ 31 ທັນວາ ປີ 2021, ພິທີຫຼຸດທຸງຊາດລົງ ສ້າງຂີດໝາຍສິ້ນສຸດ ອາຍຸການ ຂອງ 5 ປະເທດເປັນກຳມະກອນບໍ່ຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ ໄລຍະ 2020 – 2021 ໄດ້ດຳເນີນຢູ່ສຳນັກງານໃຫຍ່ຂອງ ສປຊ ປະຈຳ ນິວຢອກ. 5 ປະເທດນີ້ລວມມີ: ແອັດສະໂຕນີ, ນິເຊ, ແຊັງແວັງຊັງ, ຕຸຍນີຊີ ແລະ ຫວຽດນາມ. ທີ່ພິທີ, ຜູ້ຕາງໜ້າບັນດາປະເທດ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນ ແລະ ການປະກອບສ່ວນທີ່ພົ້ນເດັ່ນຂອງຕົນຕໍ່ວຽກງານຂອງ ສະພາຄວາມໝັ້ນຄົງ ສປຊ ໃນ ໄລຍະ 2 ປີ ປະຕິບັດ ອາຍຸການຜ່ານມາ, ພ້ອມທັງກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງບັນດາປະເທດສະມາຊິກ ສປຊ ກໍ່ຄືການຮ່ວມມື ແລະ ສົມທົບຂອງບັນດາປະເທດ ໃນສະພາຄວາມໝັ້ນຄົງ ສປຊ,  ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າໂດຍ ປະຕິບັດຕາມຄຳໝັ້ນສັນຍາຊຸກຍູ້ການປະຕິບັດກົດບັດ ສປຊ ແລະ ລັດທິຫຼາຍຝ່າຍ, ຫວຽດນາມ ຍາມໃດກໍ່ຍົກສູງບັນດາເນື້ອໃນນີ້ ໃນທຸກການເຄື່ອນໄຫວຢູ່ ສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ວິທີການສຳຜັດຖືມະນຸດເປັນໃຈກາງ ໃນການຊອກຫາວິທີການແກ້ໄຂແບບຍືນຍົງ ແລະ ສົມເຫດສົມຜົນ ເພື່ອແນໃສ່ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ແກ້ໄຂຄວາມສົນໃຈລວມຂອງທົ່ວໂລກ ກໍ່ຄືຊຸກຍູ້ນະໂຍບາຍມະນຸດສະທຳ ຕໍ່ກຸ່ມຄົນທີ່ມີຄວາມສ່ຽງ. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ດ້ວຍການຮ່ວມມື ແລະ ການສົມທົບກັບຄູ່ຮ່ວມງານ ບັນດາປະເທດ ຢູ່ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ປະຕິບັດທຸກເປົ້າໝາຍທີ່ວາງອອກໃນອາຍຸການນີ້ໃຫ້ສຳເລັດ.  ຜູ້ຕາງໜ້າ ຫວຽດນາມ ກໍ່ສະແດງຄວາມຂອບອົກຂອບໃຈ, ການເຊື່ອໝັ້ນ ແລະສະໜັບສະໜູນອັນລ້ຳຄ່າ ຂອງ ບັນດາປະເທດ ສະມາຊິກ ສປຊ, ການຮ່ວມມື, ການກໍ່ສ້າງ ແລະ ສົມທົບຢ່າງມີປະສິດທິຜົນຈາກບັນດາປະເທດສະມາຊິກຂອງ ສະພາຄວາມໝັັ້ນຄົງ ສປຊ ໃນປີ 2020  ແລະ 2021, ພ້ອມທັງສົ່ງຄຳອວຍພອນທີ່ດີງາມທີ່ສຸດໄປຍັງ 5 ປະເທດຈະຮັບດຳລົງຕຳແໜ່ງກຳມະການບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງ ສປຊ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ບັນດາປະເທດນີ້ຈະປະກອບສ່ວນ ແລະ ຊຸກຍູ້ວຽກງານຂອງອົງການນີ້ໃຫ້ດີກ່ວາເກົ່າ.
(ແຫຼ່ງຄັດຈາກ VOV)

top