ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​​ບັນ​ດາມາດ​ຕະ​ການ​ຢ່າງ​ແຮງ, ມີຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ມຽນ​ມາ

ວັນທີ 13 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມນັດສາມັນເພື່ອຮັບຟັງທ່ານນາງ Noeleen Heyzer ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບມຽນມາ ລາຍງານກ່ຽວກັບສະພາບການມຽນມາ, ໃນນັ້ນມີສະພາບກາຢູ່ລັດ Rakhine.

ວັນທີ 13 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມນັດສາມັນເພື່ອຮັບຟັງທ່ານນາງ Noeleen Heyzer ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບມຽນມາ ລາຍງານກ່ຽວກັບສະພາບການມຽນມາ, ໃນນັ້ນມີສະພາບກາຢູ່ລັດ Rakhine. 

    

ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແບ່ງປັນຄວາມວິຕົກກັງວົນລວມ ກ່ຽວກັບສະພາບການຢູ່ ມຽນມາ ແລະ ເນັ້ນໜັກເຖິງ ມາດຕະການຢ່າງຮອບດ້ານ ແລະ ຍືນຍົງ ໂດຍມຽນມາຕັດສິນໃຈ ແລະ ຮຽກຮ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງ, ມີຄວາມຮັບຜິດຊອບ ແລະ ມານະພະຍາຍາມສ້າງສັນຂອງທຸກຝ່າຍຢູ່ ມຽນມາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນບຸລິມະສິດແຖວໜ້າໃນປັດຈຸບັນແມ່ນ ຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ທຸກໆຄົນຢູ່ມຽນມາ, ເລັ່ງທ່ວງບັນດາຝ່າຍຢູ່ມຽນມາຢຸດຕິການໃຊ້ຄວາມຮຸນແຮງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ການສຳຜັດມະນຸດສະທຳ, ການແພດ, ວັກຊິນກັນໂຄວິດ - 19. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ສະພາບໍລິຫານແຫ່ງລັດ ມຽນມາ (SAC) ຈົ່ງສືບຕໍ່ຮ່ວມມືກັບ ອາຊຽນ ປະຕິບັດ ຄວາມເຫັນດີ 5 ຈຸດຂອງ ອາຊຽນ ຢ່າງຄົບຖ້ວນ ແລະ ດຳເນີນການເຈລະຈາທີ່ມີຄວາມໝາຍລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຊອກຫາສັນຕິວິທີ, ຮອບດ້ານ, ເໝາະສົມກັບເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງຊາວ ມຽນມາ.

(ແຫຼ່ງຄັດຈາກ VOV)


top