ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຂໍ້​ລິ​ເລີ່ມ​ແກ້​ໄຂ​ການ​ປ​ະ​ທະ​ກັນ ແລະ ສ້າງ​ສັນ​ຕິ​ພາບ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ

ວັນທີ 26 ມັງກອນ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງພາຍໃຕ້ຫົວຂໍ້ “ຢັ້ງຢືນຄືນອຳນາດກົດໝາຍສາກົນ: ເສັ້ນທາງປັບປຸງສັນຕິພາບ, ຄວາມຍຸຕິທຳ ແລະ ລັດທິຫຼາຍຝ່າຍ” ພາຍໃຕ້ການເປັນປະທານຂອງ ໂຊມາລີ, ປະເທດປະທານສະພາຄວາມໝັ້ນຄົງ ເດືອນ ມັງກອນ 2026.
  ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)  
ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ເລື່ອງເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດ ສປຊ, ແມ່ນເງື່ອນໄຂຕັດສິນເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ທຸກປະເທດຕ້ອງປະຕິບັດບັນດາພັນທະຕາມກົດບັດທີ່ຕົນເປັນສະມາຊິກ, ແກ້ໄຂບັນດາຂໍ້ຄັດແຍ້ງໂດຍສັນຕິວິທີ, ບໍ່ນຳໃຊ້ ແລະ ນາບຂູ່ກຳລັງອາວຸດ; ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ. ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນກໍຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ, ອຳນາດກົດໝາຍສາກົນ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມ, ຂໍ້ລິເລີ່ມ ແກ້ໄຂການປະທະກັນ, ສ້າງສັນຕິພາບ ບົນພື້ນຖານຮັບປະກັນອຳນາດກົດໝາຍ ແລະ ສອດຄ່ອງກົດບັດ ສປຊ.

top