ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ປະ​ຕິ​ຮູບ WTO

ທ່ານນາງ Ngozi Okonjo-Iweal ຢັ້ງຢືນ ຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊຸກຍູ້ວຽກງານຂອງ WTO ໃຫ້ນັບມື້ນັບມີປະສິດທິຜົນ, ຕອບສະໜອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິດໃຫ້ດີກ່ວາອີກ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo-Iweal ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ (WTO) (ພາບ: TTXVN)

ຕອນບ່າຍວັນທີ 28 ພະຈິກ, ຢູ່ນະຄອນ Geneva, ປະເທດ ສະວິດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo-Iweal ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ (WTO). ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມປາດຖະໜາວ່າ ການເຄື່ອນໄຫວຂອງ WTO ຈະນັບມື້ນັບມີປະສິດທິຜົນຫຼາຍກ່ວາເກົ່າ, ປະກອບສ່ວນຢ່າງແທດຈິງເຂົ້າໃນລະບົບການຄ້າລະຫວ່າງຊາຍແດນ, ພິເສດຊ່ວຍຟື້ນຟູການແລກປ່ຽນພົວພັນການຄ້າທົ່ວໂລກ ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບັນດາຂໍ້ລິເລີ່ມປະຕິຮູບ WTO ບົນພື້ນຖານຮັກສາຄວາມດຸ່ນດ່ຽງລະຫວ່າງ ສິດຜົນປະໂຫຍດ ແລະ ພັນທະ, ຮັບປະກັນເໝາະສົມກັບລະດັບການພັດທະນາ ແລະ ຄວາມສາມາດໃນການປະຕິບັດຂອງບັນດາສະມາຊິກ, ພິເສດແມ່ນບັນດາສະມາຊິກ ທີ່ພວມພັດທະນາ ແລະ ດ້ອຍພັດທະນາ.

ສ່ວນທ່ານນາງ Ngozi Okonjo-Iweal ຢັ້ງຢືນ ຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊຸກຍູ້ວຽກງານຂອງ WTO ໃຫ້ນັບມື້ນັບມີປະສິດທິຜົນ, ຕອບສະໜອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິດໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)


top