ຂ່າວສານ

ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອາ​ເມ​ລິ​ກາ ຈັດ​ວາງ​​ອັດ​ຕາພາ​ສີອາ​ກອນ​ເພີ່ມ​ເຕີມ​ສຳ​ລັບ​ສິນ​ຄ້າ​ຂອງ​ບັ​ນ​ດາປະ​ເທດ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່ ກຸຍ​ບາ

ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)
ວັນທີ 2 ກຸມພາ 2026, ຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 29 ມັງກອນ 2026, ອາເມລິກາ ປະກາດຈັດວາງອັດຕາພາສີອາກອນເພີ່ມເຕີມສຳລັບສິນຄ້າຂອງບັນດາປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ມາດຕະການໃໝ່ຂອງອາເມລິກາ ແມ່ນ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າຂອງປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ກໍ່ຜົນກະທົບຢ່າງຮ້າຍແຮງ ຕໍ່ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກຸຍບາ. ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ ແລະ ມີບາດກ້າວຕາມທິດເຈລະຈາ, ປັບປຸງການພົວພັນ ກັບ ກຸຍບາ.

top