ຂ່າວສານ

ຫວຽດ​ນາມ ສະ​ເໜີ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ລະ​ຫວ່າງ ອາ​ຊຽນ - ຈີນ

ທ່ານນາງ ຕົນທິງອກເຮືອງ ຕີລາຄາສູງຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ຈີນ, ໃນນັ້ນເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງບັນດາປະເທດ, ເປັນຕົ້ນແມ່ນປະເທດໃຫຍ່ຄືຈີນ,
ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ຈີນຄັ້ງທີ 27 (ພາບ: VOV)
ກອງປະຊຸມຄັ້ງທີ 27 ຄະນະກຳມະການຮ່ວມມືລວມຂັ້ນເອກອັກະຄະລັດຖະທູດ ອາຊຽນ ແລະ ຈີນ ໄດ້ດຳເນີນໃນວັນທີ 30 ມີນາ, ຢູ່ອິນໂດເນເຊຍ. ທ່ານນາງ ຕົນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕົນທິງອກເຮືອງ ຕີລາຄາສູງຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ຈີນ, ໃນນັ້ນເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງບັນດາປະເທດ, ເປັນຕົ້ນແມ່ນປະເທດໃຫຍ່ຄືຈີນ, ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມສະດວກໃຫ້ແກ່ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

top