ວັນທີ 14 ພຶດສະພາ, ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ (BRICS) ເປີດກວ້າງ, ດ້ວຍຫົວຂໍ້ “ສ້າງຄວາມສາມາດຕ້ານທານ, ປ່ຽນແປງໃໝ່, ການຮ່ວມມື ແລະ ພັດທະນາແບບຍືນຍົງ”, ຖືກໄຂຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດ ອິນເດຍ, ປະເທດປະທານ BRICS ປີ 2026. ເຂົ້າຮ່ວມກອງປະຊຸມ ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ BRICS ແລະ ບັນ
ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ກ່າວຄຳເຫັນທີ່ວາລະປຶກສາຫາລື(ພາບ:baoquocte.vn)
ຄະນະຜູ້ແທນ ຫວຽດນາມ, ໂດຍທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນຳໜ້າ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື. ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ແບ່ງປັນກ່ຽວກັບບັນດາການກຳນົດທິດທີ່ກ່ຽວຂ້ອງເຖິງການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ, ພ້ອມທັງສະເໜີບາງການກຳນົດທິດການຮ່ວມມືລະຫວ່າງ BRICS ກັບບັນດາປະເທດຄູ່ຮ່ວມມື.
ຕາມນັ້ນແລ້ວ, ບັນດາປະເທດຕ້ອງຍູ້ແຮງການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ເພີ່ມທະວີຄວາມສາມາດທົນທານຂອງລະບົບສະໜອງບັນດາຜະລິດຕະພັນທີ່ຈຳເປັນ; ພັດທະນາພື້ນຖານໂຄງລ່າງ logistics ແລະ ເຊື່ອມຕໍ່ລະຫວ່າງທະວີບ, ຮັບປະກັນຄວາມເສລີ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ. ພ້ອມດຽວກັນນັ້ນ, ກໍ່ຮ່ວມມືກັນຮັບປະກັນກະແສການຄ້າ ແລະ ການລົງທຶນໃຫ້ເຄື່ອນໄຫວຢ່າງລຸລ່ວງ ແລະ ຍູ້ແຮງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ.
ກອງປະຊຸມດັ່ງກ່າວສືບຕໍ່ໄດ້ດຳເນີນໃນວັນທີ 15 ພຶດສະພາ ດ້ວຍວາລະປຶກສາຫາລືກ່ຽວກັບການ “ປະຕິຮູບລະບົບຫຼາຍຝ່າຍ ແລະ ການຄຸ້ມຄອງບໍລິຫານທົ່ວໂລກ”./.